ພາບປະກອບ
(vovworld) - ແຂວງ ແຄ໋ງຮ່ວາ ພວມວາງສະແດງແຜນທີ່ເດີມ 4 ແຜ່ນ ທີ່ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ໝູ່ເກາະ 2 ແຫ່ງ ຮ່ວາງຊາ ແລະ ເຈື່ອງຊາ. ແຜນທີ່ເດີມ 4 ແຜ່ນ ໄດ້ອະທິບາຍດ້ວຍ 3 ພາສາຄື: ພາສາ ຫວຽດນາມ, ພາສາອັງກິດ, ພາສາ ຈີນ. ເອື້ອຍ Chiristian Lee, ແຂກທ່ອງທ່ຽວມາຈາກ ອາເມລິກາ ໃຫ້ຮູ້ວ່າ:
“ຂ້າພະເຈົ້າ ໄດ້ຮັບຟັງກ່ຽວກັບບັນດາເຫດການພິດພາດໃນທະເລຕາເວັນອອກຫຼາຍແລ້ວ. ດຽວນີ້ ໄດ້ຮັບຊົມບັນດາແຜນທີ່ເດີມຢູ່ທີ່ນີ້, ຂ້າພະເຈົ້າເຫັນວ່າ ຫວຽດນາມ ມີພະຍານຫຼັກຖານຢ່າງພຽງພໍກ່ຽວກັບອະທິປະໄຕທີ່ມີຕໍ່ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ”
ປະຈຸບັນ, ບັນດາແຜນທີ່ດັ່ງກ່າວຍັງໄດ້ວາງສະແດງຢູ່ບັນດາສະຖານທີ່ສາທາລະນະຄື: ສະໜາມບິນສາກົນ ກາມແຣງ, ສະຖານີລົດໄຟ ຍາຈາງ, ສູນກອງປະຊຸມແຂວງ, ມະຫາວິທະຍາໄລ ຍາຈາງ...
ສ່ວນຢູ່ນະຄອນ ດ່າໜັງ, ພາຍຫຼັງຈັດຕັ້ງໃນເວລາ 1 ເດືອນ, ງານວາງສະແດງບັນດາເອກະສານທີ່ກ່ຽວຂ້ອງເຖິງອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ, ຢູ່ ຫໍພິພິຕະພັນ ດ່າໜັງ ໄດ້ດຶງດູດແຂກເຂົ້າຊົມນັບ ພັນໆເທື່ອຄົນ. ແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ສະແດງການສະໜັບສະໜູນຕໍ່ຄວາມຈິງ ແລະ ຄວາມຍຸຕິທຳ ຜ່ານບັນດາເອກະສານທີ່ມີຄຸນຄ່າດັ່ງກ່າວ.