ງານແຂ່ງຂັນສາກົນມວຍພື້ນເມືອງຫວຽດນາມຄັ້ງທີ1ປະສົບຜົນສຳເລັດຢ່າງດີງາມ
(ພາບປະກອບ)
(vovworld) - ງານແຂ່ງຂັນສາກົນມວຍພື້ນເມືອງຫວຽດນາມ ຄັ້ງທີ 1 ປີ 2015 ຖືກອັດລົງໃນຕອນຄໍ່າວັນທີ 11/08, ຢູ່ຮ່າໂນ້ຍ. ຄະນະນັກກິລາຫວຽດນາມ ດ້ວຍຈຳນວນນັກມວຍຫຼາຍຄົນ ຢືນອັນດັບໜຶ່ງທົ່ວຄະນະ, ດ້ວຍ 41 ຫຼຽນຄຳ. ທີ່ພິທີອັດ, ທ່ານ ຫງວຽນແມ້ງຮຸ່ງ, ເລຂາທິການໃຫຍ່ສະຫະພັນມວຍພື້ນເມືອງຫວຽດນາມ ໂລກ, ຢືນຢັນວ່າ, ງານແຂ່ງຂັນກິລາມວຍແມ່ນເຫດການສາກົນໃຫຍ່ ນັບແຕ່ກ່ອນມາຮອດປະຈຸບັນ ກ່ຽວກັບມວຍພື້ນເມືອງຫວຽດນາມ, ດ້ວຍຄວາມຫວັງຢາກອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳພື້ນເມືອງ, ມູນເຊື້ອຮັກຊາດ, ຈິດໃຈຊົມຊອບກິລາມວຍຂອງຊາດຫວຽດນາມ. ຜ່ານງານແຂ່ງຂັນນີ້, ຄະນະຈັດຕັ້ງຢາກໂຄສະນາຮູບພາບມວຍພື້ນເມືອງຫວຽດນາມ ອອກສູ່ທົ່ວໂລກ.