ງານໂຮມຊຸມນຸມສະເຫຼີມສະຫຼອງວັນຊາດສປປລາວຄົບຮອບ40ປີແລະວັນຄ້າຍວັນເກີດຂອງປະທານໄກສອນພົມວິຫານ
(vovworld) - ຕອນເຊົ້າວັນທີ 02/12/2015, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ທີ່ນະຄອນຮ່າໂນ້ຍ, ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງວັນຊາດສປປ.ລາວ ຄົບຮອບ 40 ປີ (02/12/1975 – 02/12/2015) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ (13/12/1920 – 13/12/2015). ເຂົ້າຮ່ວມພິທີມີທ່ານ ຫງວຽນຊິງຮຸ່ງ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ; ທ່ານ ນົງດຶກແມ້ງ, ອະດີດເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ; ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ; ທ່ານ ດິງເທ໋ຮີນ, ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ບັນດາອົງການຈັດຕັ້ງມະຫານຊົນສູນກາງ, ອະດີດນັກຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ - ລາວ.
(ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດລາວ ປະຈຳສສ.ຫວຽດນາມ)
ກ່າວສູນທອນພົດທີ່ພິທີ, ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳສສ.ຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບການສາຖາປະນາ, ລາວ ແມ່ນປະເທດຫຼ້າຫຼັງ ແລະ ດ້ອຍພັດທະນາ. ແຕ່ຜ່ານ 40 ປີແຫ່ງການສ້າງສາ ແລະ ພັດທະນາ, ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່, ລາວ ໄດ້ຮັບການພັດທະນາເທື່ອລະກ້າວ. ປະຊາຊົນລາວ ບັນດາເຜົ່າຍາມໃດກໍມີສະຕິຢ່າງເລິກເຊິ່ງກ່ຽວກັບບັນດາຜົນງານເຊິ່ງລາວ ບັນລຸໄດ້ໃນໄລຍະຕ່ໍສູ້ກູ້ຊາດເມື່ອກອນນີ້, ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ.
(ທ່ານ ທອງສະຫວັນ ພົມວິຫານ,
ເອກອັກຄະລັດຖະທູດລາວປະຈຳຫວຽດນາມ)
(ຫງວຽນຊິງຮຸ່ງ, ກຳມະການກົມການເມືອງ,
ປະທານສະພາແຫ່ງຊາດຫວຽດນາມ)
ທີ່ພິທີ, ທ່ານ ຫງວຽນຊິງຮຸ່ງ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ສົ່ງຄຳອວຍພອນໄຊອັນປະເຊີດຕໍ່ບັນດາຜົນງານເຊິ່ງພັກປະຊາຊົນປະຕິວັດລາວ ບັນລຸໄດ້, ກໍຄືການພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ໃນຕະຫຼອດໄລຍະ 40 ປີຜ່ານມາ.
“ປະຊາຊົນຫວຽດນາມ ສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄູນຢ່າງເລິກເຊິ່ງຕໍ່ທ່ານປະທານ ໄກສອນ ພົມວິຫານ ກ່ຽວກັບບັນດາການອຸທິດສ່ວນຢ່າງໃຫຍ່ຫຼວງ ໃນການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ. ປະຊາຊົນຫວຽດນາມ ຍາມໃດກໍມີສະຕິຄວາມຮັບຮູ້ວ່າ, ແຕ່ລະໄຊຊະນະຂອງການປະຕິວັດຫວຽດນາມ ໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ ລ້ວນແຕ່ຕິດພັນກັບນຳ້ ໄຈສາມັກຄີ, ການສະໜັບສະໜູນ, ຊ່ວຍເຫຼືອຂອງປະຊາຊົນລາວ ອ້າຍນ້ອງ.”
ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊິງຮຸ່ງ, ຂໍອວຍພອນປະຊາຊົນລາວ ບັນດາເຜົ່າ ອ້າຍນ້ອງ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ຈະສືບຕໍ່ຍາດໄດ້ໄຊຊະນະໃໝ່ຫຼາຍຢ່າງກວ່າອີກໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດລາວ ສັນຕິພາບ, ເອກະລາດ ແລະ ວັດທະນາຖາວອນ.