ຈັດງານດົນຕີປະສານສຽງລະນຶກວັນສ້າງຕັ້ງສາຍພົວພັນທາງການທູດ ສ.ເກົາຫຼີ - ຫວຽດນາມ

ຈັດງານດົນຕີປະສານສຽງລະນຶກວັນສ້າງຕັ້ງສາຍພົວພັນທາງການທູດ ສ.ເກົາຫຼີ - ຫວຽດນາມ - ảnh 1
ພາບປະກອບ

(vovworld) - ງານ​ດົນຕີ​ປະສານ​ສຽງ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ​ສ.ເກົາຫຼີ - ຫວຽດນາມ ຈະ​ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 15/3 ຈະ​ມາ​ເຖິງ​ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ ​ໃນ​ບັນດາ​ການ​ເຄື​່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (22/12/1992 – 22/12/2012). ​ເຂົ້າ​ຮ່ວມ​ການສະ​ແດງ​ຄັ້ງ​ນີ ຈະ​ມີ​ບັນດາ​ນັກ​ຮ້ອງ​ທີ່​ດີ​ເດັ່ນ​ຂອງ ສ.​ເກົາຫຼີ​ໃນ​ປະຈຸ​ບັນ​ຄື: ວົງ​ດົນຕີ Super Junior, Sistar, Beast, T- ara, CNBLUE, Davichi​.​.​.​. ປະຈຸ​ບັນ, ຜູ້​ກຳກັບການສະ​ແດງ​ຮັບຜິດຊອບການ​ຈັດ​ຕັ້ງ ພວມ​ພ້ອມ​ກັບ​ຖັນ​ແຖວ​ພະນັກງານ​ຂອງ ​ໂທລະພາບ KBS ຂອງ ​ສ.ເກົາຫຼີ ພວມ​ມີໜ້າ​ຢູ່​ຫວຽດນາມ ​ເພື່ອ​ພິຈາລະນາ​ກ່ຽວ​ກັບການ​ກະກຽມ​ໃຫ້​ແກ່​ລາຍການ​ຄັ້ງ​ນີ້, ​ເພື່ອຮັບປະກັນ​​​ໃຫ້​ການສະ​ແດງ​ບັນລຸ​ຜົນ​ສຳ​ເລັດ​ຮັບ​ໃຊ້​ໃຫ້​ແກ່​ຜູ້​ມີ​ຄວາມນິຍົມ​ວັດທະນະທຳ ​ສ.ເກົາຫຼີ ​ເວົ້າ​ລວມກໍ​ຄື ດົນ​ຕີ ​ສ.​ເກົາຫຼີ ​ເວົ້າສະ​ເພາະ.

ຂ່າວ/ບົດ​ອື່ນ