ຕອນບ່າຍວັນທີ 19/1, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານປະເທດຕ່າງ ໄດ້ມີການພົບປະກັບບັນດາອົງການຕ່າງປະເທດ ແລະ ອົງການສາກົນປະຈຳຫວຽດນາມ ເນື່ອງໃນໂອກາດມີໃໝ່ປະຈຳຊາດ ປີມະໂຣງ 2012. ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ເນັ້ນໜັກວ່າ: ຫວຽດນາມຍາມໃດກໍ່ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອ, ຮ່ວມມືຢ່າງມີປະສິດທິຜົນຈາກວົງຄະນະຍາດສາກົນ, ຂອງບັນດາປະເທດ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານປະເທດຕ່າງໆ. ທ່ານ ຫວູຊວນຮົ່ງ ເຊື່ອໝັ້ນວ່າ, ໃນປີ 2012, ຫວຽດນາມຈະສືບຕໍ່ໄດ້ຮັບການໜູນຊ່ວຍ ແລະ ຮ່ວມມືທີ່ດີຂອງບັນດາອົງການຕ່າງປະເທດ ແລະ ອົງການສາກົນ.
ຕາງໜ້າບັນດາອົງການບໍ່ຂຶ້ນກັບລັດຖະບານປະເທດຕ່າງໆປະຈຳຫວຽດນາມ, ທ່ານ Marko Lovrekovic, ຜູ້ອຳນວຍການສູນຂໍ້ມູນທີ່ບໍ່ຂຶ້ນກັບລັດຖະບານເຊື່ອໝັ້ນວ່າໃນອະນາຄົດສາຍພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຈະສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີຫຼາຍກ່ວາອີກ, ຢືນຢັນປະຊາຄົມອົງການບໍ່ຂຶ້ນກັບລັດຖະບານປະເທດຕ່າງໆໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງພ້ອມກັບຫວຽດນາມໃນພາລະກິດພັດທະນາປະເທດຊາດ.