ຈັດສົ່ງພົນລະເມືອງ ຫວຽດນາມ ອາໄສ ຢູ່ ການາດາ ແລະ ສ.ເກົາຫຼີ ກັບເມືອປະເທດ
(VOVWORLD) -ພົນລະເມືອງ ຫວຽດນາມ ກວ່າ 350 ຄົນ ກັບເມືອປະເທດຢ່າງປອດໄພ.
ພົນລະເມືອງ ຫວຽດນາມ ກວ່າ 350 ຄົນ ກັບເມືອປະເທດຢ່າງປອດໄພ (ພາບ: VOV5) |
ໃນລະຫວ່າງວັນທີ 23 – 24 ຕຸລາ ຜ່ານມາ, ບັນດາອົງການມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ການາດາ ແລະ ສ.ເກົາຫຼີ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນ ໄດ້ຈັດເຮືອບິນສົ່ງພົນລະເມືອງ ຫວຽດນາມ ກວ່າ 350 ຄົນ ກັບເມືອປະເທດຢ່າງປອດໄພ. ຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ລວມມີເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ມີອາຍຸສູງ, ຄົນເຈັບໜັກ ແລະ ນັກສຶກສາ ທີ່ສຳເລັດຊຸດຮຽນແລ້ວ ແຕ່ປະສົບຄວາມຫຍຸ້ງຍາກກ່ຽວກັບບ່ອນພັກອາໄສ, ຊາວຜູ້ອອກແຮງງານທີ່ມີວີຊາໝົດອາຍຸ ແລະ ສິ້ນສຸດສັນຍາແຮງງານ ແລະ ບັນດາກໍລະນີທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດອື່ນໆ. ພາຍຫຼັງລົງຈອດຢູ່ສະໜາມບິນ ເວິນໂດນ, ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວທັງໝົດ ກໍໄດ້ປະຕິບັດການແຍກຕົວ ແລະ ກວດສຸຂະພາບຕາມຂໍ້ກຳນົດ.