ຈົດໝາຍອວຍພອນ ສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ແບນຊິກ ຄົບຮອບ 45 ປີ

(VOVWORLD) -ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງດ້ານການທູດ ລະຫວ່າງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ລາຊະອານາຈັກ ແບນຊິກ ຄົບຮອບ 45 ປີ

       ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງດ້ານການທູດ ລະຫວ່າງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ລາຊະອານາຈັກ ແບນຊິກ ຄົບຮອບ 45 ປີ (22/3/1973 – 22/3/2018), ວັນທີ 22 ມີນາ 2018, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ແບນຊິກ Michel ໄດ້ແລກປ່ຽນຈົດໝາຍອວຍພອນ.

        ແລະກໍໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແບນຊິກ Didier Reynders ກໍໄດ້ແລກປ່ຽນຈົດໝາຍອວຍພອນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ