ຈີນ ກະຕຸກຊຸກຍູ້ວົງການວິສາຫະກິດ ອາເມລິກາ ຕ້ານຄືນແຜນການເກັບພາສີຂອງປະທານາທິບໍດີ Donald Trump

(VOVWORLD) - ວັນທີ 08 ເມສາ, ສື່ມວນຊົນແຫ່ງລັດ ຈີນ ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດພວມເຄື່ອນໄຫວໃນຂົງເຂດອຸດສາຫະກຳ ແລະ ການຄ້າຂອງ ອາເມລິກາ
ຈີນ ກະຕຸກຊຸກຍູ້ວົງການວິສາຫະກິດ ອາເມລິກາ ຕ້ານຄືນແຜນການເກັບພາສີຂອງປະທານາທິບໍດີ Donald Trump - ảnh 1  ພາບປະກອບ / AFP/TTXVN

ຕ້ານຄືນແຜນການຂອງທ່ານປະທານາທິບໍດີ ອາເມລິກາ Donlad Trump ທີ່ພິຈາລະນາເກັບພາສີເພີ່ມເຕີມທີ່ມີມູນຄ່າ 100 ຕື້ USD ສຳລັບສິນຄ້າຂອງ ຈີນ, ທົບ 2 ເທົ່າເມື່ອທຽບໃສ່ລະດັບຄາດຄະເນກ່ອນນັ້ນ.

        ໜັງສືພິມປະຊາຊົນລາຍວັນໄດ້ຢືນຢັນວ່າ ປັກກິ່ງ ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດສາກົນ, ໃນນັ້ນ ມີວົງການອຸດສາຫະກຳ ແລະ ການຄ້າ ອາເມລິກາ, ຍົກອອກບັນດາມາດຕະການໃນທັນທີ ແລະ ມີປະສິດທິຜົນ ກໍ່ຄືກະຕຸກຊຸກຍູ່ລັດຖະບານ ອາເມລິກາ ປົວແປງບັນດາຄວາມຜິດພາດ. ຕາມບົດລາຍການນີ້ແລ້ວ ບັນດາວິສາຫະກິດ ແລະ ຂະແໜງອາຊີບ ຈີນ ຈະຮ່ວມແຮງຮ່ວມໃຈສະໜັບສະໜູນ ໂດຍບໍ່ວ່າການກະທຳໃດໆຂອງລັດຖະບານ ແນໃສ່ຮັບມືກັບການເກັບພາສີເພີ່ມເຕີມຂອງ ວໍຊິງຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ