ຈີນ ກຽມພ້ອມບັນດາມາດຕະການຫລຸດຜ່ອນຜົນຮ້າຍໃນສົງຄາມການຄ້າ

(VOVWORLD) - ຜູ້ຕາງໜ້າກະຊວງການຄ້າ ຈີນ ຖືວ່າການກະທຳດັ່ງກ່າວຂອງ ອາເມລິກາ ແມ່ນເຄົາລົບບັນດາລະບຽບການຂອງ WTO

ວັນທີ 19 ເມສາ, ໂຄສົກກະຊວງການຄ້າ ຈີນ ທ່ານ ກາວເຟິງ ໄດ້ປະແຫຼງວ່າ ອາເມລິກາ ມີການຄິດໄລ່ຢ່າງຜິດພາດ ຖ້າຫາກຢາກຄວບຄຸມການພັດທະນາຂອງຈີນ ດ້ວຍມາດຕະການອາລັກຂາພຽງລຳພັງຝ່າຍດຽວ ທີ່ກໍ່ຄວາມເສຍຫາຍໃຫ້ບັນດາຜົນປະໂຫຍດຂອງວິສາຫະກິດ 2 ປະເທດ. ທ່ານໃຫ້ຮູ້ວ່າ: ມາຮອດປະຈຸບັນ, ຍັງ ບໍ່ທັນມີການເຈລະຈາ 2 ຝ່າຍໃດໆ ກ່ຽວຂ້ອງເຖິງຄວາມບໍ່ລົງລອຍກັນດ້ານການຄ້າ ລະຫວ່າງຈີນ ແລະ ອາເມລິກາ.

        ກ່ອນໜ້ານັ້ນ, ວັນທີ 17 ເມສາ, ອາເມລິກາ ໄດ້ປະກາດກັບຕໍ່ອົງການການຄ້າໂລກ (WTO) ກ່ຽວກັບເລື່ອງ ວໍຊິງຕັນ ກຽມພ້ອມເຈລະຈາກ່ຽວກັບຄວາມບໍ່ລົງລອຍກັນດ້ານການຄ້າກັບຝ່າຍ ປັກກິ່ງ. ຜູ້ຕາງໜ້າກະຊວງການຄ້າ ຈີນ ຖືວ່າການກະທຳດັ່ງກ່າວຂອງ ອາເມລິກາ ແມ່ນເຄົາລົບບັນດາລະບຽບການຂອງ WTO, ຕາມນັ້ນແລ້ວ, ບັນດາປະເທດ ສະມາຊິກ ມີ 10 ວັນເພື່ອມີຄຳຕອບຮຽກຮ້ອງການປຶກສາຫາລືຈາກປະເທດສະມາຊິກທີ່ຍັງເຫຼືອ.

ຕອບກັບ

ຂ່າວ/ບົດ​ອື່ນ