( vovworld ) - ເຂດທະເລຕາເວັນອອກແມ່ນເຂດນ່ານທະເລສາກົນ ແລະ ເລື່ອງຈີນ ຖືວ່າເຂດທະເລຕາເວັນອອກຂຶ້ນກັບພື້ນແຜ່ນດິນຂອງຈີນ ແມ່ນຄຳຖະແຫຼງບໍ່ມີມູນຄວາມຈິງ. ນີ້ແມ່ນທັດສະນະຂອງທ່ານສະມາຊິກສະພາສູງອາເມລິກາ John McCain ໄດ້ຍົກອອກມາໃນການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳອາເມລິກາ ກ່ຽວກັບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກໃນໄລຍະທີ່ຜ່ານມາ. ເພື່ອຢຸດຕິສະພາບປະທະກັນ ກໍຄືຮັກສາສັນຕິພາບ ແລະ ຄວາມສະຫງົບປອດໄພໃນພາກພື້ນ, ທ່ານສະມາຊິກສະພາສູງ John McCain ໄດ້ຖືວ່າ.
“ ຈີນ ຄວນເຈລະຈາກັບບັນດາປະເທດໃນພາກພື້ນຄື ຟີລິບປີນ, ຫວຽດນາມ, ອີນໂດເນເຊຍ ແລະ ບັນດາປະເທດອື່ນໆ ທີ່ມີຜົນປະໂຫຍດໃນພາກພື້ນ ແລະ ບັນດາປະເທດທີ່ເອົາໃຈໃສ່ເຖິງການຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນ. ຕາມຂ້າພະເຈົ້າແລ້ວ, ບັນດາການເຈລະຈານັ້ນຈະມີປະສິດທິຜົນ. ຍຸດທະສາດຂອງຈີນ ໃນປະຈຸບັນແມ່ນເຈລະຈາກັບແຕ່ລະປະເທດ, ແຕ່ຂ້າພະເຈົ້າຖືວ່າ ນັ້ນແມ່ນວິທີເຈລະຈາທີ່ບັນດາປະເທດບໍ່ຄວນດຳເນີນ, ຫາກບັນດາປະເທດຄວນປະຕິບັດຕາມທິດເຈລະຈາລວມ ”.