ຈີນ ຈັດຕັ້ງເວທີປາໄສຄວາມໝັ້ນຄົງຢູ່ ຕາເວັນອອກກາງ

(VOVWORLD) - ເວທີປາໄສຄວາມໝັ້ນຄົງ ຢູ່ພາກພື້ນ ຕາເວັນອອກກາງ ດ້ວຍຫົວຂໍ້ “ຄວາມໝັ້ນຄົງຂອງພາກພື້ນຕາເວັນອອກກາງ ໃນສະພາບການໃໝ່: ສິ່ງທ້າທາຍ ແລະ ມາດຕະການ” ຖືກດໍາເນີນໃນລະຫວ່າງວັນທີ 27 – 28 ພະຈິກ, ຢູ່ ປັກກິ່ງ, ປະເທດຈີນ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາບັນຫາທີ່ຮ້ອນເຮ່ັງໃນປັດຈຸບັນຢູ່ພາກພື້ນ ຕາເວັນອອກກາງ.

        

        ບັນດານັກຮຽນຮູ້ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບ 4 ບັນຫາຕົ້ນຕໍ ເຊິ່ງລວມມີ: ຄວາມສໍາຄັນຂອງຄວາມຍຸຕິທໍາ; ຄວາມເປັນທໍາສໍາລັບຄວາມໝັ້ນຄົງແບບຍືນຍົງຢູ່ ພາກພື້ນຕາເວັນອອກກາງ; ລັດທິຫຼາຍຝ່າຍ ແລະ ບັນດາແບບວິທີການແກ້ໄຂບັນດາບັນຫາຮ້ອນເຮັ່ງ; ພັດທະນາການຊຸກຍູ້ການຮັບປະກັນຄວາມໝັ້ນຄົງ ແລະ ບົດບາດຂອງການເຈລະຈາແບບອະລິຍະທໍາ ສໍາລັບການຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ.

        ກ່ອນໜ້ານັ້ນ, ທ່ານ ເກີ໋ງສາງ ຫວັງວ່າ ເວທີປາໄສດັ່ງກ່າວ ຈະແມ່ນໂອກາດເພື່ອໃຫ້ບັນດານັກຊ່ຽວຊານ, ນັກຮຽນຮູ້ ປຶກສາຫາລືກ່ຽວກັບບັນດາບັນຫາພົ້ນເດັ່ນ ແລະ ຊອກຫາມາດຕະການແກ້ໄຂໃຫ້ແກ່ສະພາບການຢູ່ຕາເວັນອອກກາງໃນປັດຈຸບັນ.

        ດິ່ງຕ໊ວນ - ນັກຂ່າວ VOV ປະຈໍາ ຈີນ.


 

ຕອບກັບ

ຂ່າວ/ບົດ​ອື່ນ