ຈີນ ຢືນຢັນ ບໍ່ເພິ່ງຄວາມຊ່ວຍເຫຼືອຈາກຝ່າຍທີສາມ ໃນການເຈລະຈາດ້ານການຄ້າ ກັບ ອາເມລິກາ
(VOVWORLD) - ຈີນ ຈະບໍ່ເພິ່ງຄວາມຊ່ວຍເຫຼືອຈາກຝ່າຍທີ 3 ໃນບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ. ນີ້ແມ່ນຄໍາຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ຍົກອອກມາ ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານ AFP ຂອງ ຝລັ່ງ ໃນວັນທີ 21 ຕຸລາ.
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: TTXVN) |
ທ່ານຫວາງອີ ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ສົງຄາມການຄ້າ ແມ່ນຍ້ອນ ອາເມລິກາ ເປີດສາກ ແລະ ຈີນ ຖືກບັງຄັບຕ້ອງມີປະຕິກິລິຍາທີ່ເໝາະສົມ ແລະ ຈໍາເປັນ, ຜ່ານນັ້ນ ປົກປ້ອງບັນດາສິດຜົນປະໂຫຍດທາງດ້ານຂອງນິຕິທໍາ ກໍຄືຜົນປະໂຫຍດຂອງປະເທດນີ້.
ກ່ຽວຂ້ອງເຖິງການດໍາເນີນການເຈລະຈາດ້ານການຄ້າກັບ ອາເມລິກາ, ທ່ານລັດຖະມົນຕີ ຫວາງອີ ໃຫ້ຮູ້ວ່າ ການປຶກສາຫາລືຮອບສຸດທ້າຍ ລະຫວ່າງສອງປະເທດ ໄດ້ມີຄວາມກ້າວໜ້າພໍສົມຄວນ, ອັນໄດ້ສ້າງພື້ນຖານສໍາຄັນເພື່ອມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງຕາມໄລຍະ. ຕາມທ່ານ ຫວາງອີ ແລ້ວ, ຄວາມຈິງໄດ້ສະແດງໃຫ້ເຫັນວ່າ ຕາບໃດສອງປະເທດດໍາເນີນບັນດາການເຈລະຈາຢ່າງຍຸຕິທໍາ ດ້ວຍເນື້ອໃນຈິດໃຈເຄົາລົບເຊິ່ງກັນແລະກັນ ຕາບນັ້ນຈະມີມາດຕະການທີ່ໜ້າຍອມຮັບໄດ້ສໍາລັບທັງສອງຝ່າຍ, ເຖິງວ່າບັນດາການປຶກສາຫາລື ອາດຈະຖືກໂຈະໄວ້ກໍຕາມ.