(vovworld) - ວັນທີ 21/06, ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງຢີ ແລະ ທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ສປປເກົາຫຼີ Kim Kye Gwan, ທີ່ພວມຢູ່ຢ້ຽມຢາມປັກກິງ ໄດ້ປຶກສາຫາລືກ່ຽວກັບວິທີການເຊື່ອມຕໍ່ການເຈລະຈາ 6 ຝ່າຍກ່ຽວກັບການປອດນິວເຄຼຍໃນແຫຼມເກົາຫຼີ ຄືນໃໝ່. ຖະແຫຼງການຂອງກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ, ເຈົ້າໜ້າທີ່ 2 ປະເທດໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ແລະ ເລິກເຊິ່ງກວ້າງຂວາງ ກ່ຽວກັບສະພາບການໃນແຫຼມເກົາຫຼີ ໃນປະຈຸບັນ, ວິທີການເຊື່ອມຕໍ່ວິວັດທະນາການເຈລະຈາ 6 ຝ່າຍກ່ຽວກັບໂຄງການນິວເຄຼຍຂອງສ.ເກົາຫຼີ ແລະ ບາງບັນຫາອື່ນໆ.
ແລະກໍໃນວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Kim Kye Gwan ໄດ້ພົບປະກັບທ່ານ ຢາງເຈຍຊື້, ກຳມະການໃນຄະນະລັດຖະບານຈີນ. ທ່ານ ຢາງເຈຍຊື້ ຢືນຢັນວ່າ ປັກກິງ ຍາມໃດກໍຮັກສາທັດສະນະປອດນິວເຄຼຍໃນແຫຼມເກົາຫຼີ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍດຳເນີນການເຈລະຈາ ແລະ ທາບທາມ ເພື່ອແກ້ໄຂບັນດາບັນຫາບໍ່ລົງລອຍກັນຊຶ່ງກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.