ຈີນ ອະນຸຍາດໃຫ້ນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ໃນກໍລະນີດ່ວນຢ່າງເປັນທາງການ
(VOVWORLD) - ວັນທີ 22 ສິງຫາ, ເຈົ້າໜ້າທີ່ ຈີນ ຫາກໍປະກາດທາງໂທລະພາບສູນກາງຈີນ ກ່ຽວກັບການອະນຸຍາດນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ໃນກໍລະນີດ່ວນຢ່າງເປັນທາງການ.
ທ່ານຜູ້ອຳນວຍການໃຫຍ່ສູນພັດທະນາວິທະຍາສາດເຕັກໂນໂລຢີ ຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບແຫ່ງຊາດ ຈີນ (ພາບ: CCTV/ ນັກຂ່າວ VOV ປະຈຳຈີນ) |
ຕາມທ່ານຜູ້ອຳນວຍການໃຫຍ່ສູນພັດທະນາວິທະຍາສາດເຕັກໂນໂລຢີ ຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບແຫ່ງຊາດ ຈີນ ແລ້ວ, ປະເທດນີ້ ໄດ້ອະນຸຍາດໃຫ້ນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ໃນກໍລະນີດ່ວນ ແລະ ຈະເປີດກວ້າງຂອບຂະໜາດນຳໃຊ້ແນໃສ່ປ້ອງກັນການຕິດເຊື້ອພະຍາດໃນລະດັບໃບໄມ້ຫຼົ່ນຕໍ່ລະດູໜາວໃນໄລຍະຈະມາເຖິງ ກ່ອນທີ່ຈະມີຢາວັກຊິນນຳໃຊ້ຢ່າງເປັນທາງການ. ເປົ້າໝາຍຂອງການນຳໃຊ້ຢາວັກຊິນດັ່ງກ່າວ ແມ່ນເພື່ອສ້າງພຸມຕ້ານທານໃນໝູ່ບັນດາເປົ້າໝາຍພິເສດ ຄື ພະນັກງານແພດໝໍ, ພາລະກອນ ຮັບປະກັນການເຄື່ອນໄຫວພື້ນຖານຂອງບັນດານະຄອນ, ລວມມີບັນດາຜູ້ເຮັດວຽກໃນບັນດາເຂດຕະຫຼາດ, ຮັບປະກັນການຄົມມະນາຄົມ ແລະ ຂະແໜງການບໍລິການ.
ບິກທ້ວນ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ຈີນ.