ຈີນ ແລະ ລັດເຊຍ ກ່າວປະນາມບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ ຕໍ່ ເວເນຊູເອລາ

(VOVWORLD) -ວັນທີ 28 ສິງຫາ, ຈີນ ແລະ ລັດເຊຍ ຕຳນິຕິຕຽນບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ ສຳລັບ ເວເນຊູເອລາ, ຖືວ່າ, ການກະທຳເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ຫາກບໍ່ຊ່ວຍແກ້ໄຂບັນຫາໄດ້.

ຈີນ ແລະ ລັດເຊຍ ກ່າວປະນາມບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ ຕໍ່ ເວເນຊູເອລາ - ảnh 1 ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova

(ພາບປະກອບ: AFP/TTXVN)

ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ ຄວາຈວນຢິງ ເນັ້ນໜັກວ່າ, ປັກກິງ ຢືດໝັ້ນຫຼັກໝັ້ນເຄົາລົບອະທິປະໄຕ ແລະ ເອກະລາດຂອງບັນດາປະເທດອື່ນ ແລະ ບໍ່ແຊກແຊງເຂົ້າບັນຫາພາຍໃນຂອງເຂົາເຈົ້າ. ເຈົ້າໜ້າທີ່ຈີນ ຢືນຢັນວ່າ, ບັນຫາໃນປະຈຸບັນຂອງ ເວເນຊູເອລາ ໂດຍລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ແກ້ໄຂເອງ. ໃນຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova ໃຫ້ຂໍ້ສັງເກດວ່າ, ບັນດາມາດຕະການລົງໂທດໃໝ່ແນໃສ່ຂົງເຂດນ້ຳມັນ ແລະ ການເງິນຂອງ ເວເນຊູເອລາ ນັ້ນ ໄດ້ເຮັດໃຫ້ສະພາບຮ້າຍແຮງກວ່າ ກໍຄືສະພາບເສດຖະກິດຂອງປະເທດນີ້ຂາດຄວາມສົມສ່ວນກັນ. ກະຊວງການຕ່າງປະເທດລັດເຊຍ ຢືນຢັນວ່າ ການລົງໂທດພຽງແຕ່ເຮັດໃຫ້ສະພາບເກີດຄວາມເຄັ່ງຕຶງເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ