(vovworld) – ໃນຖະແຫຼງການທີ່ມີຫົວຂໍ້ວ່າ “ທິດທາງອະນາຄົດຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ອິນໂດເນເຊຍ”, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດເປັນເວລາ 2 ວັນເຖິງ ອິນໂດເນເຊຍ, ທ່ານປະທານປະເທດ ຈີນ ສີຈິ້ນພິງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono ເນັ້ນໜັກວ່າ: ຈີນ, ອິນໂດເນເຊຍ ແລະ ບັນດາປະເທດ ອາຊຽນ ອື່ນໆຈະເຮັດວຽກນຳກັນເພື່ອປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົນຖ້ວນ ແລະ ມີປະສິດທິຜົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມື ແລະ ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ການນຳ 2 ທ່ານໄດ້ເຫັນດີເປັນເອກະສັນເຮັດວຽກນຳກັນເພື່ອມຸ່ງໄປເຖິງຈຸດໝາຍສຸດທ້າຍແມ່ນຮັບຮອງເອົາຂໍ້ກຳນົດກ່ຽວກັບການປະພຶດຕໍ່ຢູ່ທະເລຕາເວັນອອກ (COC), ໂດຍອີງຕາມຫຼັກການ ແລະ ຈິດໃຈຂອງ DOC.