ຈີນຢັ້ງຢືນການພົວພັນການຄ້າກັບອາເມລິກາເປັນປົກກະຕິ ແລະເໝາະສົມກັບຜົນປະໂຫຍດລວມ

(VOVWORLD) -ວັນທີ 03  ພຶດສະພາ, ຄະນະຜູ້ແທນດ້ານການຄ້າອາເມລິກາ ໂດຍທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ນຳໜ້າ ໄດ້ເດີນທາງໄປຮອດຈີນ ເພື່ອເຂົ້າຮ່ວມການປຶກສາຫາລືດ້ານການຄ້າກັບຝ່າຍປັກກິງ.

ເມື່ອກ່າວຄຳເຫັນຕໍ່ສື່ມວນຊົນ ໃນວັນທີ 02 ພຶດສະພາ, ທ່ານນາງ ຄວາຊວນຫຍິງ ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ໃນການປຶກສາຫາລືສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາດ້ານເສດຖະກິດ ແລະ ການຄ້າ ແມ່ນຄວາມເອົາໃຈໃສ່ລວມຂອງ Washington ແລະ ປັກກິງ ໃນສອງວັນ ນັ້ນແມ່ນວັນທີ 03 – 04 ພຶດສະພາ. ທ່ານນາງໄດ້ຢືນຢັນວ່າ ບັນດາການປຶກສາຫາລືລະຫວ່າງສອງປະເທດກ່ຽວກັບບັນຫາເສດຖະກິດ ແລະ ການຄ້າ ຈະມີລັກສະນະສ້າງສັນ ເມື່ອຝ່າຍອາເມລິກາສະແດງໃຫ້ເຫັນຄວາມຈິງໃຈໃນວິວັດການແລກປ່ຽນເທົ່ານັ້ນ.

        ທ່ານນາງ ຄວາຊວນຫຍິງ ໂຄສົກກະຊວງຕ່າງປະເທດຈີນ ກໍໃຫ້ຂໍ້ສັງເກດວ່າ ບໍ່ສາມາດແກ້ໄຂບັນດາບັນຫາສັບສົນ ລະຫວ່າງສອງປະເທດໄດ້ທັງໝົດ ພຽງແຕ່ດ້ວຍການປຶກສາຫາລືຄັ້ງດຽວໄດ້. ເຖິງຢ່າງໃດກໍຕາມ, ທ່ານນາງຍັງຢັ້ງຢືນວ່າ ການແກ້ໄຂ ບັນດາບັນຫາໃນການພົວພັນດ້ານເສດຖະກິດ ແລະ ການຄ້າຢ່າງຖືກຕ້ອງ ນັ້ນແມ່ນຜ່ານບັນດາການປຶກສາຫາລືຢ່າງສະເໝີພາບ ກໍຄືຮັກສາຄວາມສະຖຽນລະພາບຮອບດ້ານໃນການພົວພັນທາງການຄ້າ ແນ່ນອນວ່າຈະເໝາະສົມກັບຜົນປະໂຫຍດລວມຂອງສອງຝ່າຍ, ຊ່ວຍຮັກສາສະຖຽນລະພາບ ແລະ ການເຕີບໂຕເສດຖະກິດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ