ຈີນຮັບດຳລົງຕຳແຫນ່ງປະທານໝູນວຽນສະພາຄວາມໝັ້ນຄົງສປຊ
ສະພາຄວາມໝັ້ນຄົງ ສປຊ
ພາບ:internet
|
(vovworld)-ຈີນຮັບດຳລົງຕຳແຫນ່ງດັ່ງກ່າວເລີ່ມແຕ່ວັນທີ 01/11. ກ່າວຄຳເຫັນກັບນັກຂ່າວ, ທ່ານ ລີວຈີຢີ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ແທນຈີນ ປະຈຳ ສປຊ ໄດ້ຖະແຫລງໂຄງການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ ສປຊ ໃນເດືອນ 11 ໂດຍປະເທດປະທານໝູນວຽນຍົກອອກມາໄດ້ຮັບການເຫັນດີຈາກທັງໝົດ 15 ປະເທດປະຈຳ ແລະ ບໍ່ປະຈຳ ສປຊ. ຕາມທ່ານ ລີວຈີຢີ ແລ້ວ, ວຽກງານຂອງສະພາຄວາມໝັ້ນຄົງ ສປຊ ໃນເດືອນ 11 ລວມມີ: ການປະຊຸມ, ເຈລະຈາ 20 ຄັ້ງກ່ຽວກັບ 20 ບັນຫາສາກົນ. ໃນນັ້ນ ສະພາບການຢູ່ ອາຟຼິກາ ແລະ ຕາເວັນອອກກາງ ແມ່ນການໃຫ້ບຸລິມະສິດໃນໂຄງການດຳເນີນງານຈະມາເຖິງຂອງສະພາຄວາມໝັ້ນຄົງ ສປຊ.