ຈີນຮຽກຮ້ອງສປປ.ເກົາຫຼີ, ອາເມລິກາ ດຳເນີນເຈລະຈາໂດຍກົງໂດຍໄວ

(VOVWORLD) -ຈີນ ຫວັງວ່າ, ສປປ.ເກົາຫຼີ ແລະ ອາເມລິກາ ຈະດຳເນີນການເຈລະຈາໂດຍກົງ ໂດຍໄວ. ໂຄສົກກະຊວງການຕ່າງປະເທດຈີນ ລຸກາງ ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ໃນການປະຊຸມຂ່າວດຳເນີນໃນວັນທີ 27 ກຸມພາ

ຈີນຮຽກຮ້ອງສປປ.ເກົາຫຼີ, ອາເມລິກາ  ດຳເນີນເຈລະຈາໂດຍກົງໂດຍໄວ - ảnh 1 ໂຄສົກກະຊວງການຕ່າງປະເທດຈີນ ລຸກາງ

(ພາບ: AFP/TTXVN)

ໃນສະພາບທີ່ມີຂ່າວທີ່ວ່າ ທ່ານປະທານາທິບໍດີອາເມລິກາ Donald Trump ຖືວ່າ, ການເຈລະຈາກັບສປປ.ເກົາຫຼີ ພຽງຖືກດຳເນີນພາຍໃຕ້ເງື່ອນໄຂທີ່ເໝາະສົມ, ພາຍຫຼັງພຽງຢາງ ສະແດງຄວາມພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ. ໂຄສົກກະຊວງການຕ່າງປະເທດຈີນ ລຸກາງ ຢືນຢັນວ່າ, ສະພາບຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຫວ່າງມໍ່ໆມານີ້ໄດ້ຫຼຸດລົງແລ້ວ ແລະ ຈີນ ຫວັງວ່າ ສິ່ງດັ່ງກ່າວຈະໄດ້ຮັບການຮັກສາ ພາຍຫຼັງການຈັດງານມະຫາກຳກິລາລະດູໜາວ ແລະ ງານມະຫາກຳກິລາໃຫ້ຄົນພິການ (Paralympic) ຊ່ວຍໃຫ້ບັນດາຝ່າຍກັບຄືນສູ່ການແກ້ໄຂບັນຫານິວເຄຼຍໃນແຫຼມເກົາຫຼີ ຜ່ານການເຈລະຈາ. ສິ່ງດັ່ງກ່າວແມ່ນເໝາະສົມກັບຄວາມປາດຖະໜາລວມຂອງສປປ.ເກົາຫຼີ, ສ.ເກົາຫຼີ,  ຂອງບັນດາປະເທດໃນພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ