ຈີນໃຫ້ບຸລິມະສິດປັບປຸງການພົວພັນກັບອາຊຽນ

ຈີນໃຫ້ບຸລິມະສິດປັບປຸງການພົວພັນກັບອາຊຽນ - ảnh 1
ທ່ານ​ຫວາງ​ອີໃນ​ການ​ຢ້ຽມຢາມ​ໄທ

(ພາບ:Reuters)

(vovworld) – ຈີນ ​ຖື​ການ​ພົວ​ພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເປັນ​ສຳຄັນ ​ແລະ ຢາກຖື​​ສະຫະ​ສະມາຄົມ​ປະຊາ​ຊາດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ເປັນ​ພາກ​ພື້ນ​ໄດ້​ຮັບບຸລິມະສິດ, ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຫວາງ​ອີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ພາຍຫຼັງ​ການ​ໄປ​ປະຕິບັດ​ງານ​ຢູ່ 4 ປະ​ເທດ​ໃນ​ພາກ​ພື້ນ​ຄື: ​ໄທ, ອິນ​ໂດ​ເນ​ເຊຍ, ສິງກະ​ໂປ ​ແລະ ບຣູ​ໄນ. ວັນ​ທີ 5/5, ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນ​ຫຼວງ​ປັກ​ກິ​ງ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຫວາງ​ອີ ຊີ້​ແຈງ​ວ່າ: ຈີນ ​ເດັດດ່ຽວສະໜັບສະໜູນ​ການ​ພັດທະນາ​ຢ່າງ​ໃຫ່ຍ​ໂຕ​ເຂັ້ມ​ແຂງ​ຂອງ​ອາ​ຊຽນ, ສະໜັບສະໜູນ​ອາ​ຊຽນ ຊຸກ​ຍູ້ວິວັດ​ການ​ສ້າງ​ປະຊາ​ຄົມ​ລວມ. ຈີນ​ ຢາກປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ອາ​ຊຽນ, ຮ່ວມ​ມື​ບົນ​ທະ​ເລ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ດ້ານ​ເສດຖະກິດ​ຍຸດ​ທະ​ສາດ​ຮອບດ້ານ, ພ້ອມ​ກັນ​ປັບປຸງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ. ທ່ານ​ຫວາງ​ອີ ​ໃຫ້​ຮູ້​ວ່າ: ຈີນ ​ແລະ ອາ​ຊຽນ ກໍ່​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ໃນ​ວິວັດ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ.

ຂ່າວ/ບົດ​ອື່ນ