ຈັບ​ຕ​ົວຊົ່ວ​ຄາວ​ຜູ້​ມີ​ການ​ກະ​ທຳ “ໂຄ​ສະ​ນາ​ຕ້ານ​ລັດ ຫວຽດ​ນາມ”

(VOVWORLD) -ຕຳຫຼວດສືບສວນຝ່າຍປ້ອງກັນຄວາມສະຫງົບສັງກັດກຳລັງຕຳຫຼວດນະຄອນຮ່າໂນ້ຍໄດ້ສົມທົບກັບບາງກົມກອງຂອງກະຊວງ ແລະ ຕຳຫຼວດນະຄອນໂຮ່ຈີມິນປະຕິບັດຕາມຄຳສັ່ງຈັບຕົວຜູຸ້ຖືກຫາເພື່ອກັກຂັງຊົ່ວຄາວ, ກວດຄົ້ນຢ່າງຮີບດ່ວນສຳລັບຜູ້ຖືກຫາຟ້າມທິດວານຈາງຢູ່ບ້ານ 10, ເມືອງ 3 ນະຄອນໂຮ່ຈີມິນ ດ້ວຍການກະທຳ “ໂຄສະນາຕ້ານລັດ ສສ.ຫວຽດນາມ”.
ຈັບ​ຕ​ົວຊົ່ວ​ຄາວ​ຜູ້​ມີ​ການ​ກະ​ທຳ “ໂຄ​ສະ​ນາ​ຕ້ານ​ລັດ ຫວຽດ​ນາມ” - ảnh 1ຜູ້ຖືກຫາຟ້າມທິດວານຈາງ

ຕາມຂ່າວກະຊວງຕຳຫຼວດຫວຽດນາມ ໃຫ້ຮູ້ເມື່ອວັນທີ 7 ຕຸລາວ່າ: ຕຳຫຼວດສືບສວນຝ່າຍປ້ອງກັນຄວາມສະຫງົບສັງກັດກຳລັງຕຳຫຼວດນະຄອນຮ່າໂນ້ຍໄດ້ສົມທົບກັບບາງກົມກອງຂອງກະຊວງ ແລະ ຕຳຫຼວດນະຄອນໂຮ່ຈີມິນປະຕິບັດຕາມຄຳສັ່ງຈັບຕົວຜູຸ້ຖືກຫາເພື່ອກັກຂັງຊົ່ວຄາວ, ກວດຄົ້ນຢ່າງຮີບດ່ວນສຳລັບຜູ້ຖືກຫາ ຟ້າມທິດວານຈາງ ຢູ່ບ້ານ 10, ເມືອງ 3 ນະຄອນໂຮ່ຈີມິນ ດ້ວຍການກະທຳ “ໂຄສະນາຕ້ານລັດ ສສ.ຫວຽດນາມ”.

ອົງການໄອຍະການປະຊາຊົນນະຄອນຮ່າໂນ້ຍໄດ້ອອກຂໍ້ຕົກລົງອະນຸມັດບັນດາຂໍ້ຕົກລົງຂອງກອງຕຳ ຫຼວດສືບສວນສຳລັບຜູ້ຖືກຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ