ຈຳ​ນວນ​ຜູ້​ຕິດ​ເຊື​້ອ​ພະ​ຍາດ ແລະ ເສຍ​ຊີ​ວິດ​​ຍ້ອ​ນ​ເຊ​ື້ອ​ໄວ​ຣັດສາຍ​ພັນ​ໃໝ່​ Corona ເພ​ີ່ມ​ຂຶ້ນ​ຢ່າງ​ແຮງ ຢູ່ ແຂວງ ຮູ​ເປີຍ​, ປະ​ເທດ​ຈີນ

(VOVWORLD) - ຕາມຕົວເລກທີ່ໄດ້ອັບເດັດ, ໄລ່ຮອດຕອນເຊົ້າວັນທີ 3 ກຸມພາ, ຈຳນວນຜູ້ຕິດເຊື້ອໄວຣັດສາຍພັນໃໝ່ Corona (2019 nCoV) ຢູ່ ຈີນ ລື່ນກາຍຕົວເລກ 17.200 ຄົນ, ໃນນັ້ນມີ ຜູ້ຫາກໍຕິດເຊື້ອພະຍາດຕື່ມອີກ 2.829 ຄົນ ແລະ ຜູ້ເສຍຊີວິດ 57 ຄົນ. ດັ່ງນັ້ນ, ໄລ່ຮອດປັດຈຸບັນ, ຈຳນວນຜູ້ເສຍຊີວິດຢູ່ ຈີນທັງໝົດ ແມ່ນ 361 ຄົນ  ແລະ ຢູ່ ຟີລິບປິນ ແມ່ນ 1 ຄົນ.
ຈຳ​ນວນ​ຜູ້​ຕິດ​ເຊື​້ອ​ພະ​ຍາດ ແລະ ເສຍ​ຊີ​ວິດ​​ຍ້ອ​ນ​ເຊ​ື້ອ​ໄວ​ຣັດສາຍ​ພັນ​ໃໝ່​ Corona ເພ​ີ່ມ​ຂຶ້ນ​ຢ່າງ​ແຮງ ຢູ່ ແຂວງ ຮູ​ເປີຍ​, ປະ​ເທດ​ຈີນ - ảnh 1 ພາບປະກອບ (TTXVN)

ຕາມຄະນະກຳມະການສຸຂະພາບ ແລະ ການແພດແຫ່ງຊາດ ຈີນ ແລ້ວ, ໃນຊຸມມື້ຈະມາເຖິງຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຢູ່ ແຂວງ ຮູເປີຍ ອາດຈະສືບຕໍ່ເພີ່ມຂຶ້ນຢ່າງແຮງ ຍ້ອນຕົວເລກຄົນ ຈຳນວນຫຼວງຫຼາຍທີ່ຢູ່ໃນສະພາວະການສຸກເສີນ ແລະ ສົງໄສວ່າຕິດແປດນັ້ນໄດ້ເລີ່ມເຂົ້າສູ່ໄລຍະເປັນພະຍາດ.

ກ່ອນໜ້ານັ້ນໃນວັນທີ 2 ກຸມພາ, ກອງທັບຈີນ ໄດ້ມອບສິດການຄວບຄຸມໂຮງໝໍກາງສະໜາມ ຫົວແຊ໊ນຊານ ເຊິ່ງໄດ້ຮັບການກໍ່ສ້າງພາຍໃນ10 ວັນເພື່ອແນໃສ່ ປິ່ນປົວໃຫ້ແກ່ບັນດາຄົນເຈັບທີ່ຕິດໄວຣັດສາຍພັນໃໝ່ (2019 nCoV) ຢູ່ ເຂດສູນກາງຂອງການແຜ່ລະບາດເຊິ່ງແມ່ນນະຄອນອູຮັ້ນ ແຂວງ ຮູ້ເປີຍ.

ຕອບກັບ

ຂ່າວ/ບົດ​ອື່ນ