ຈຳນວນຜູ້ເສຍຊີວິດຈາກເຫດໄພພິບັດທຳມະຊາດແຜ່ນດິນໄຫວ, ຄື້ນຟອງຍັກຢູ່ ອິນໂດເນເຊຍ ເພີ່ມຂຶ້ນເກືອບ 2.000 ຄົນ

(VOVWORLD) - ໃນຊຸມວັນນີ້, ຄວາມໂສກເສົ້າໄດ້ປົກຄຸມທົ່ວກາງແຂວງ Sulawesi ເມື່ອຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກຢູ່ແຂວງນີ້ໄດ້ເພີ່ມຂຶ້ນເກືອບ 2.000 ຄົນ. 
ຈຳນວນຜູ້ເສຍຊີວິດຈາກເຫດໄພພິບັດທຳມະຊາດແຜ່ນດິນໄຫວ, ຄື້ນຟອງຍັກຢູ່ ອິນໂດເນເຊຍ ເພີ່ມຂຶ້ນເກືອບ 2.000 ຄົນ - ảnh 1 ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກຢູ່ແຂວງນີ້ໄດ້ເພີ່ມຂຶ້ນເກືອບ 2.000 ຄົນ (ພາບ:THX/TTXVN)

ໄລ່ຮອດຕອນຄ່ຳວັນທີ 07 ຕຸລາ, ພາຍຫລັງເກີດເຫດໄພພິບັດທຳມະຊາດມາເປັນເວລາ 10 ວັນ, ກຳລັງກູ້ໄພກູ້ຊີບໄດ້ຊອກເຫັນຊາກສົບ 1.944 ສົບ.

       ບັນດາກຳລັງກູ້ໄພກູ້ຊີບຍັງຄົງສືບຕໍ່ຊອກຫາຜູ້ປະສົບເຄາະຮ້າຍທີ່ຖືກທັບຖົມໃນຊາກຫັກພັງ ແລະ ຂີ້ຕົມ, ກ່ອນທີ່ບັນດາບັ້ນເຄື່ອນໄຫວຊອກຫາຜູ້ຫາຍສາບສູນຈະຢຸດຕິລົງໃນວັນທີ 11 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ