ຈຳນວນຊາວອົບພະຍົບໄດ້ກູຸ້ເອົາຊີວິດ
(ພາບ: EPA)
|
(vovworld) - ບັນດາແຫຼ່ງຂ່າວສາທາລະນະສຸກ ອີຢິບ ໃຫ້ຮູ້ວ່າ: ໄລ່ຮອດຕອນບ່າຍວັນທີ 23/9, ຈຳນວນຜູ້ເສຍຊີວິດໃນກໍລະນີກ່ຳປັ່ນຂົນສົ່ງຊາວອົບພະຍົບຈົ່ມນ້ຳຢູ່ບໍລິເວນທະເລໃນນະຄອນທ່າກ່ຳປັ່ນ Rosetta ຂອງປະເທດນີ້ໄດ້ເພີ່ມຂຶ້ນ 162 ຄົນ ແລະ ຈຳນວນຜູ້ປະສົບເຄາະຮ້າຍຈະເພີ່ມຂຶ້ນຍ້ອນຫຼາຍຄົນຖືກຫາຍສາບສູນ.
ກ່ຳປັ່ນຖືກຈົ່ມນ້ຳເມື່ອວັນທີ 21/9, ຢູ່ທະເລ ເມດີຕາຣາເນ, ຫ່າງຈາກນະຄອນກ່ຳປັ່ນ Rosetta ຂອງ ອີຢິບ 12 ກມເມື່ອພວມຂົນສົ່ງຊາວອົບພະຍົບກ່ວາ 600 ຄົນ, ເປັນຕົ້ນແມ່ນຜູ້ຖືສັນຊາດ ອີຢິບ, ຊູດານ, ຊີຣີ ແລະ ບາງປະເທດ ອາບຟຣີກາ ອື່ນໆອີກ. ຮອດຕອນບ່າຍວັນທີ 23/9, ກຳລັງກູ້ໄພກູ້ຊີບ ອີຢິບ ໄດ້ຊອກຫາຊາກສົບຂອງ 162 ຄົນ ແລະ ກູ້ເອົາຊີວິດຂອງ 164 ຄົນ, ໃນນັ້ນມີພົນລະເມືອງ ອີຢິບ 117 ຄົນ, ສ່ວນຍັງເຫຼືອແມ່ນມາຈາກບັນດາປະເທດ ອາບຟຣີກາ ແລະ ຕາເວັນອອກກາງ.