ຈຳນວນຜູ້ເສຍຊີວິດໃນບັນດາເຫດວາງລະເບີດຢູ່ອີຣັກຂຶ້ນເຖິງເກືອບ 250 ຄົນ
(ພາບປະກອບ)
(vovworld) - ກະຊວງພາຍໃນອີຣັກ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 58 ຄົນເສຍຊີວິດ ແລະ 187 ຄົນຖືກບາດເຈັບໃນເຫດວາງລະເບີດກໍການຮ້າຍຢູ່ນະຄອນຫຼວງ Baghdad ເມື່ອວັນທີ 27/05. ຢ່າງໜ້ອຍສຸດມີເຫດລະເບີດ 11 ຄັ້ງທີ່ເກີດຂຶ້ນຢູ່ອ້ອມນະຄອນຫຼວງ Baghdad, ສ່ວນຫຼາຍແມ່ນຢູ່ບັນດາຕະຫຼາດ, ເຂດການຄ້າ, ໂບດ ຢູ່ບັນດາເມືອງລຽບຕາມນະຄອນຫຼວງ ແລະ ຊານນະຄອນ Batda, ຊຶ່ງແມ່ນສະຖານທີ່ມີຊາວມຸດສະລິມນິກາຍ Shi’ite ດຳລົງຊີວິດ. ປະຈຸບັນຍັງບໍ່ທັນມີອົງການໃດໆກ່າວຮັບຜິດຊອບຕໍ່ບັນດາການບຸກໂຈມຕີທີ່ຮ້າຍແຮງດັ່ງກ່າວເທື່ອ. ແຕ່ວ່າ, ວົງການນັກສັງເກດການຖືວ່າ ກຸ່ມປະກອບອາວຸດຊາວ Sunni ມີສ່ວນກ່ຽວຂ້ອງເຖິງອົງການກໍການຮ່າຍ Al Qaeda ຢູ່ອີຣານ ປະຕິບັດບັນດາການບຸກໂຈມຕີທີ່ນອງເລືອດເປັນປະຈຳຄືແນວນັ້ນ. ໃນຮອບເວລາເກືອບ 2 ເດືອນຜ່ານມາ, ການໃຊ້ຄວາມຮຸນແຮງໄດ້ເຮັດໃຫ້ຊາວອີຣັກ ເກືອບ 1000 ຄົນເສຍຊີວິດ. ຫາງສຽງໂລກພວມມີຄວາມວິຕົກກັ່ງວົນວ່າ ອີຣັກ ພວມມີໄພຕົກເຂົ້າສູ່ສົງຄາມກາງເມືອງລະຫວ່າງບັນດາຝ່າຍ.