ຈຳນວນຜູ້ເສຍຊີວິດໃນເຫດເຮືອບັກຖືກຈົມນ້ຳຢູ່ອີຣັກ ເພີ່ມຂຶ້ນສູງ

(VOVWORLD) -ຈຳນວນຜູ້ເສຍຊີວິດໃນເຫດເຮືອບັກຖືກຈົມນ້ຳຢູ່ແມ່ນ້ຳ Tigiris ທາງພາກເໜືອອີຣັກ ສືບຕໍ່ເພີ່ມຂຶ້ນສູງ. ຕາມວົງການເຈົ້າໜ້າທີ່ທ້ອງຖິ່ນແລ້ວ, ປະຈຸບັນກຳລັງທີ່ມີໜ້າທີ່ຢັ້ງຢັນວ່າ ມີຜູ້ເສຍຊີວິດ 72 ຄົນ, ໃນນັ້ນມີເດັກນ້ອຍຫຼາຍຄົນ.

ຈຳນວນຜູ້ເສຍຊີວິດໃນເຫດເຮືອບັກຖືກຈົມນ້ຳຢູ່ອີຣັກ ເພີ່ມຂຶ້ນສູງ - ảnh 1 ຈຳນວນຜູ້ເສຍຊີວິດໃນເຫດເຮືອບັກຖືກຈົມນ້ຳຢູ່ອີຣັກ ເພີ່ມຂຶ້ນສູງ

(ພາບ: Reuters)

ຄາດວ່າ, ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນຍ້ອນບັນດາຜູ້ປະສົບເຄາະຮ້າຍສ່ວນຫຼາຍແມ່ນແມ່ຍິງ, ເດັກນ້ອຍ ແລະ ລ້ວນແຕ່ບໍ່ຮູ້ລອຍນ້ຳ. ມາຮອດປະຈຸບັນ, ມີ 12 ຄົນຖືກກູ້ເອົາຊີວິດ. ສາຍເຫດຂອງເຮືອບັກຖືກຈົມນ້ຳແມ່ນຍ້ອນເຮືອບັກລຳດັ່ງກ່າວໄປຜ່ານເຂດນ້ຳໄຫຼແຮງ ແລະ ຂົນສົ່ງເກີນກຳນົດ. ປະຈຸບັນ, ວຽກງານກູ້ໄພກູ້ຊີບພວມດຳເນີນການຢ່າງຮີບດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ