ຈຳນວນເງິນກ່ວາ 11.000 ຕື້ ດົ່ງ ລົງທຶນເຂົ້າການປຸງແຕ່ງຜະລິດຕະພັນການກະເສດ
(VOVWORLD) - ໃນ 6 ເດືອນຕົ້ນປີ 2019, ທົ່ວປະເທດ ມີ 11 ໂຄງການລົງທຶນເຂົ້າການປຸງແຕ່ງຜະລິດຕະພັນ ກະເສດດ້ວຍຍອດເງິນລົງທຶນກ່ວາ 11.415 ຕື້ດົ່ງ ເຊິ່ງໄດ້ ລົງມືກໍ່ສ້າງ, ເປີດນຳເຂົ້າເຄື່ອນໄຫວແລ້ວ.
ພາບປະກອບ: ບໍລິສັດ ຜະລິດ ແລະ ດຳເນີນທຸລະກິດ ວຽດຮຶງ ຈຳກັດ , ຕາແສງ ຮ່ວາຍເຕິນ, ເມືອງ ຮ່ວາຍເຍີນປຸງແຕ່ງ ໝາກມ່ວງຫິມະພານເພື່ອສົ່ງອອກ (ພາບ: TTXVN)
|
ດ້ວຍການກະທົບຂອງ ບັນດານະໂຍບາຍສົງເສີມການລົງທຶນເຂົ້າຂະແໜງກະສິກຳ, ຊົນນະບົດ; ຂະແໜງອຸດສາຫະກຳການປຸງແຕ່ງ, ການເກັບຮັກສາຜະລິດຕະພັນກະເສດ ຫວຽດນາມ ໄດ້ຮັບການຍົກສູງກຳລັງຄວາມສາມາດ ເທື່ອລະກ້າວ. ໃນ 6 ເດືອນຕົ້ນປີ 2019, ທົ່ວປະເທດ ມີ 11 ໂຄງການລົງທຶນເຂົ້າການປຸງແຕ່ງຜະລິດຕະພັນ ກະເສດດ້ວຍຍອດເງິນລົງທຶນກ່ວາ 11.415 ຕື້ດົ່ງ ເຊິ່ງໄດ້ ລົງມືກໍ່ສ້າງ, ເປີດນຳເຂົ້າເຄື່ອນໄຫວແລ້ວ.
ນັບແຕ່ປີ 2018 ມາຮອດປັດຈຸບັນ, ຍອດເງິນລົງທຶນກ່ວາ 20.000 ຕື້ດົ່ງ ໄດ້ລົງທຶນເຂົ້າການປຸງແຕ່ງຜະລິດຕະພັນກະເສດດ້ວຍ 30 ໂຄງການໄດ້ດຳເນີນການເຄື່ອນໄຫວ ແລະ ພວມໄດ້ຜັນຂະຫຍາຍໃນທົ່ວປະເທດ. ເມື່ອບັນດາໂຄງການນີ້ສຳເລັດ ແລະ ນຳເຂົ້າການເຄື່ອນໄຫວຈະສ້າງບາດກ້າວບຸກທະລຸກ່ຽວກັບການປຸງແຕ່ງເພື່ອສົງອອກຜະລິດຕະພັນກະເສດ. ຈາກນັ້ນ, ຊ່ວຍຍົກສູງຄຸນນະພາບ, ຮູບແບບ ແລະ ບັນດາປະເພດຜະລິດຕະພັນກະເສດມີຄວາມເປັນຫຼາຍຮູບຫຼາຍແບບ, ປະກອບສ່ວນຈຳໜ່າຍຜະລິດຕະພັນ ກະເສດໃຫ້ແກ່ຊາວກະສິກອນ.