ຈຳໜ່າຍຊຸດສະແຕມພິເສດ “ຂ່ຳນັບຊົມເຊີຍປະຊາຄົມອາຊຽນ”

 ຈຳໜ່າຍຊຸດສະແຕມພິເສດ “ຂ່ຳນັບຊົມເຊີຍປະຊາຄົມອາຊຽນ” - ảnh 1
ສະ​ແຕມ ອາ​ຊຽນ

(vovworld)-  ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 48 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອາ​ຊຽນ​ (8/8/1967 – 8/8/2015) , ຕອນ​ເຊົ້າ​ວັນ​ທີ 7/8 ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ, ບໍ​ລິ​ສັດ​ໃຫຍ່​ໄປ​ສະ​ນີ​ຫວຽດ​ນາມ​ໄດ້​ຈັດ​ພິ​ທີ​ຈຳ​ໜ່າຍ​ຊຸດ​ສະ​ແຕມ​ພິ​ເສດ “ຂ່ຳ​ນັບ​ຊົມ​ເຊີຍ​ປະ​ຊາ​ຄົມ​ອາ​ຊຽນ”. ນັກ​ຈິດ​ຕະ​ກອນ ວູ້​ກິມ​ລຽນ ຜູ້​ໄດ້​ຮັບ​ລາງວັນ​ທີ 1  ໃນ​ການ​ເສັງ​ອອກ​ແບບ​ສະ​ແຕມ​ອາ​ຊຽນ ໃຫ້​ຮູ້​ວ່າ : 

    “ ດ້ວຍ​ແນວ​ຄວາມ​ຄິດ​ອອກ​ແບບ​ແນວ​ໃດເພື່ອ​ໃຫ້ 3 ຫົວ​ເລື່ອງ​ຂອງ​ອາ​ຊຽນ​ໃນ​ອະ​ນາ​ຄົດ​ແມ່ນ​ວິ​ໄສ​ທັດ​ດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ. ໃນ​ນັ້ນ ຕ້ອງ​ອອກ​ແບບ​ຄື​ແນວ​ໃດ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເນື້ອ​ໃນ​ຕົ້ນ​ຕໍ​ແມ່ນ ປະ​ຊາ​ຄົມ​ດຽວ ແລະ ຕ້ອງ​ຊີ້​ໃຫ້​ເຫັນ​ແຈ້ງ​ປະ​ເທດນັ້ນ. ໂດຍ​ເລີ່ມ​ມາ​ຈາກ​ແນວ​ຄວາມ​ຄິດນີ້, ຂ້າ​ພະ​ເຈົາ​ໄດ້​ເລືອກ​ເອົາ​ທຸງ​ຂອງ​ບັນ​ດາ​ປະ​ເທດ, ເຊື່ອມ​ຕໍ່​ກັນ​ເປັນ​ດອກ​ໄມ້ເພື່ອ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ວົງ​ຄະ​ນະ​ຍາດ, ຄວາມ​ສາ​ມັກ​ຄີ​ຂອງ 10 ປະ​ເທດ​ອາ​ຊຽນ​ໃນ​ອະ​ນາ​ຄົດ ”

ຂ່າວ/ບົດ​ອື່ນ