ທີ່ການເຮັດວຽກລະຫວ່າງສອງກະຊວງອຸດສາຫະກຳການຄ້າຫວຽດນາມ - ລາວ
( ພາບ: tinmoi.vn )
( vovworld ) – ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ Vu Huy Hoang, ຄະນະຜູ້ແທນກະຊວງອຸດສາຫະກຳການຄ້າລາວ ໂດຍທ່ານລັດຖະມົນຕີ ນາມ ວິຍະເກດ ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກກັບກະຊວງອຸດສາຫະກຳການຄ້າຫວຽດນາມ ແຕ່ວັນທີ 3 – 6/5/2012. ລັດຖະມົນຕີທັງສອງທ່ານໄດ້ມີການເຈລະຈາເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືດ້ານການຄ້າລະຫວ່າງສອງປະເທດ ແນໃສ່ສູຊົນບັນລຸວົງເງິນການຄ້າສອງສົ້ນໃຫ້ໄດ້ 1 ຕື້ USD ຄືດັ່ງລັດຖະບານສອງປະເທດໄດ້ວາງອອກ. ທ່ານລັດຖະມົນຕີ Vu Huy Hoang ແລະ ທ່ານລັດຖະມົນຕີ ນາມ ວິຍະເກດໄດ້ເປັນເອກະພາບນຳກັນຊຸກຍູ້ການປະຕິບັດແຜນຮ່າງພັດທະນາການພົວພັນດ້ານການຄ້າລະຫວ່າງຫວຽດນາມ - ລາວ ໄລຍະ 2008 – 2015, ໃນນັ້ນສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຂອງສອງປະເທດ ພົບປະແລກປ່ຽນ ລົງນາມໃນສັນຍາການຄ້າ. ນອກຈາກການຈັດຕັ້ງງານຕະຫຼາດການຄ້າຫວຽດນາມ - ລາວ ໃນໂອກາດວັນສະຖາປານາສປປ ລາວ ຢູ່ວຽງຈັນ, ສອງຝ່າຍກໍ່ເຫັນດີເປີດບັນດາງານຕະຫຼາດນັດ ຢູ່ທ້ອງຖິ່ງຕ່າງໆທາງພາກເໜືອ, ພາກກາງ ແລະ ພາກໄຕ້ຂອງລາວ ກໍຄືຈັດຕັ້ງໃຫ້ບັນດາວິສາຫະກິດຂອງສອງປະເທດເຂົ້າຮ່ວມບັນດາການເຄື່ອນໄຫວສົງເສີມດ້ານການຄ້າໃນຂອບເຂດຮ່ວມມືໃນແລວເສດທະກິດຕາເວັນອອກ - ຕາເວັນຕົກ. ສອງຝ່າຍກໍເຫັນດີເປັນເອກະພາບຈະຄົ້ນຄວ້າກ່ຽວກັບການສ້າງຮ້ານວາງສະແດງໂຄສະນາສິນຄ້າ, ຜະລິດຕະພັນຫວຽດນາມ ຢູ່ລາວ ແລະ ສິນຄ້າຂອງລາວ ຢູ່ຫວຽດນາມ.