ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຮ່ຊວນເຊີນ
ພາບ:internet
|
(vovworld)- ວັນທີ 16/5 ຢູ່ ສປປ ລາວໄດ້ດຳເນີນກອງປະຊຸມຮອງລັດຖະມົນຕີການຕ່າງປະເທດກ່ຽວກັບແລວເສດຖະກິດຕາເວັນອອກຕາເວັນຕົກ (EWEC) ໂດຍມີການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີບັນດາປະເທດ ລາວ, ໄທ, ຫວຽດນາມ. ເພື່ອຊຸກຍູ້ການພັດທະນາຂອງແລວເສດຖະກິດຕາເວັນອອກ- ຕາເວັນຕົກ, ກອງປະຊຸມໄດ້ເຫັນດີສະເຫນີລັດຖະບານບັນດາປະເທດດັ່ງກ່າວເພີ່ມທະວີການຮ່ວມມື ແລະ ໃຫ້ບຸລິມະສິດສຳລັບການບູລະນະ, ຍົກລະດັບບັນດາເສັ້ນທາງ ແລະ ຮາກຖານບໍລິການຢູ່ລຽມຕາມແລວເສດຖະກິດດັ່ງກ່າວ, ສະເຫນີລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນບັນດາປະເທດລາວ, ຫວຽດນາມ ແລະໄທ ຍູ້ແຮງການປະຕິບັດຮູບແບບກວດກາປະຕູດຽວຢູ່ດ່ານຊາຍແດນ ລາວບ໋າວ - ແດນສະຫວັນ ແລະ ສະຫວັນນະເຂດ - ມຸກດະຫານ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຮ່ຊວນເຊີນ ເນັ້ນຫນັກຄວາມໝາຍສຳຄັນຂອງແລວເສດຖະກິດຕາເວັນອອກຕາເວັນຕົກສຳລັບການພັດທະນາເສດຖະກິດສັງຄົມຂອງບັນດາປະເທດໃນພາກພື້ນ ພ້ອມທັງຢືນຢັນຄວາມເອົາໃຈໃສ່ພິເສດຂອງລັດຖະບານຫວຽດນາມສຳລັບການພັດທະນາຂອງແລວເສດຖະກິດ ແລະ ປາດຖະຫນາຢາກສົມທົບກັນຢ່າງແຫນ້ນແຟ້ນກັບບັນດາປະເທດໃນພາກພື້ນເພື່ອແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດ. ກອງປະຊຸມຮອງລັດຖະມົນຕີການຕ່າງປະເທດກ່ຽວກັບການພັດທະນາແລວເສດຖະກິດຕາເວັນອອກຕາເວັນຕົກຄັ້ງທີ 3 ຈະຖືກຈັດຂຶ້ນຢູ່ໄທໃນປີ 2014.