ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍຂົງເຂດ ຫວຽດນາມ - ນິວຢີແລນ
ພາບປະກອບ
(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ, ຜູ້ມີອຳນາດເຕັມແຫ່ງ ນິວຢີແລນ ທ່ານ Jerry Mateparae ແລະ ພັນລະຍາຈະຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 3 – 8/8/2013. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Jerry Mateparae ນັມແຕ່ໄດ້ຮັບດຳລົງຕຳແໜ່ງຜູ້ມີອຳນາດເຕັມແຫ່ງ ນິວຢີແລນ (8/2011) ແລະ ກໍ່ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທີ 2 ຂອງ ຜູ້ມີອຳນາດເຕັມແຫ່ງ ນິວຢີແລນ ນັບແຕ່ການຢ້ຽມຢາມຂອງທ່ານນາງ ຜູ້ມີອຳນາດເຕັມ Silvia Cartwright ເມື່ອປີ 2005. ຫວຽດນາມ ແລະ ນິວຢີແລນ ມີການພົວພັນມິດຕະພາບ ແລະ ຮ່ວມມືໃນຫຼາຍຂົງເຂດມາເປັນເວລາເກືອບ 40 ປີ. ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ນິວຢີແລນ ໃນຊຸມປີມໍ່ໆມານີ້ໄດ້ຮັບການຍູ້ແຮງດ້ວຍເລື່ອງແລກປ່ຽນຄະນະຜູ້ແທນທຸກຂັ້ນ. 2 ຝ່າຍຮັກສາ ແລະ ເສີມຂະຫຍາຍກົນໄກ ທາບທາມການເມືອງຢ່າງມີປະສິດທິຜົນ. ການຢ້ຽມຢາມຂອງຜູ້ມີອຳນາດເຕັມແຫ່ງ ນິວຢີແລນ ທ່ານ Jerry Mateparae ເປັນການຢືນຢັນຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນ 2 ຝ່າຍ, ຮ່ວມມືຫຼາຍດ້ານກັບ ຫວຽດນາມ ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.