(vovworld) – ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານ ພົນເອກ ໂດ້ບ໋າຕິ້, ຫົວໜ້າເສນາທິການໃຫຍ່ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການ ຜູ້ບັນຊາການທະຫານກຳລັງປ້ອງກັນປະເທດບັນດາປະເທດອາຊຽນ ຄັ້ງທີ 13 (ACDFIM - 13) - ລາວ 2016, ເຊິ່ງດຳເນີນໃນລະຫວ່າງວັນທີ 13 – 15/03 ຢູ່ນະຄອນຫຼວງວຽງຈັນ, ປະເທດບາວ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນຫວຽດນາມ ສືບຕໍ່ຢືນຢັນບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ສຳລັບພາກພື້ນ ແລະ ສາກົນ ຜ່ານການເຄື່ອນໄຫວຢູ່ບັນດາເວທີປາໄສຫຼາຍຝ່າຍກ່ຽວກັບການທະຫານ - ປ້ອງກັນຊາດ ເພືຶ່ອແນໃສ່ປະກອບສ່ວນຢືນຢັນນະໂຍບາຍການຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ແຜນນະໂຍບາຍຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງພັກ ແລະ ລັດຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ. ຜ່ານນັ້ນ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງກອງທັບປະຊາຊົນຫວຽດນາມ ກັບກອງທັບບັນດາປະເທດອາຊຽນ, ມຸ່ງໄປເຖິງການຫັນບັນດາຄາດໝາຍຂອງປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນໃຫ້ປະກົດຜົນເປັນຈິງ.