ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ນິວຊີແລນ

ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ນິວຊີແລນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດນີວຊີ​ແລນ Jerry Mateparae

(vovworld) – ຕອນ​ເຊົ້າ​ວັນ​ທີ 6/8, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດນີວຊີ​ແລນ Jerry Mateparae, ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ​ຖື​ເປັນ​ສຳຄັນ ​ແລະ ປາຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ກັບ​ນິວຊີ​ແລນ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ວ່າ ດ້ວຍ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ, ສອງ​ຝ່າຍ​ຈະ​ມານະ​ພະຍາຍາມ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ຫວຽດນາມ - ນິວຊີ​ແລນ ​ໄລຍະ 2013 – 2016. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ຈະ​ສະໜັບສະໜູນ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ​ຜູ້​ແທນທຸກ​ຂັ້ນ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ.

ສ່ວນຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດນີວຊີ​ແລນ Jerry Mateparae ກໍ່​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ຄະນະ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ນິວຊີ​ແລນ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ກະ​ສີ​ກຳ, ການ​ສຶກສາ, ການບິນ, ​ເຕັກ​ໂນ​ໂລ​ຢີສະອາດ, ການທ່ອງທ່ຽວ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ຍັງ​ຢືນຢັນ​ວ່າ, ນິວຊີ​ແລນ ພ້ອມ​ແລ້ວ​ທີ່​ຈະ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ​ກັບ​ຫວຽດນາມ ​ແລະ ຫວັງ​ວ່າ, ຫວຽດນາມ​ຈະ​ສະໜັບສະໜູນ​ນິວຊີ​ແລນ ​ເປີດ​ກວ້າງ​ການ​ຮ່ວມ​ມື, ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ, ​ແລະ ສະໜັບສະໜູນ​ກັນ​ໃນ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ