ຊຸກຍູ້ການເຊື່ອມຕໍ່ການຊ່ວຍເຫຼືອມະນຸດສະທຳໃຫ້ ສປປ.ເກົາຫຼີ ຄືນໃໝ່

(VOVWORLD) - ວັນທີ 01 ມີຖຸນາ ທ່ານນາງ Kang Kyng-hwa ຫາກໍ່ໄດ້ຮັບບົ່ງຕົວເປັນລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ຖະແຫຼງວ່າ ລັດຖະບານປະເທດນີ້ ຄວນພິຈາລະນາເລື່ອງເຊື່ອມຕໍ່ການຊ່ວຍເຫຼືອມະນຸດສະທຳໃຫ້ ສປປ.ເກົາຫຼີ ຄືນໃໝ່
ຊຸກຍູ້ການເຊື່ອມຕໍ່ການຊ່ວຍເຫຼືອມະນຸດສະທຳໃຫ້ ສປປ.ເກົາຫຼີ ຄືນໃໝ່ - ảnh 1ທ່ານນາງ Kang Kyng-hwa 

ຊຶ່ງເຄີຍຖືກຕັດຕອນມາແຕ່ດົນນານ. ກ່າວຄຳເຫັນທີ່ກອງປະຊຸມ ກັບບັນດາເຈົ້າໜ້າທີ່ຂອງອົງການຈັດຕັ້ງປອດກຳໄລ, ທ່ານນາງ Kang Kyng-hwa ຖືວ່າ ໃນຂະນະທີ່ຕ້ອງໝູນໃຊ້ບັນດາມາດຕະການແຂງກະດ້າງສຳລັບບັນດາການກະທຳເກາະຜິດຂອງ ສປປ.ເກົາຫຼີ, ເລື່ອງຊ່ວຍເຫຼືອມະນຸດສະທຳໃນຂົງເຂດເອກະຊົນ ຄວນໄດ້ຮັບການດຳເນີນໃນທັນທີ ແລະ ປຶກສາຫາລືກ່ຽວກັບວິທີການຟື້ນຟູຄືນໃໝ່ການຊ່ວຍເຫຼືອຢູ່ຂັ້ນລັດຖະບານຍິ່ງໄວກໍ່ຍິ່ງດີ.

ຕອບກັບ

ຂ່າວ/ບົດ​ອື່ນ