ຊຸກຍູ້ການແກ່ງແຍ້ງມຸ້ງໄປເຖິງປະຊາຄົມເສດຖະກິດ ອາຊຽນ

ຊຸກຍູ້ການແກ່ງແຍ້ງມຸ້ງໄປເຖິງປະຊາຄົມເສດຖະກິດ ອາຊຽນ - ảnh 1
ມໍລະດົກວັດທະນະທຳແຫ່ງໜຶ່ງຂອງ ອິນໂດເນເຊຍ
(ພາບ: quangninh.gov.vn)

(vovworld) - ​ເພື່ອ​ແນ​ໃສ່​ມຸ້ງ​ໄປ​ເຖິງ​ການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ​ໃນ​ປີ 2015, ອິນ​ໂດ​ເນ​ເຊຍ ພວມ​ມານະ​ພະຍາຍາມ​ເພີ່ມ​ທະວີ​ລັກສະນະ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ​ໃຫຍ່​ສຸດ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້. ທ່ານ Rizal Affandi Lukman, ​ເຈົ້າ​ໜ້າ​ທີ່​ກະຊວງ​ເສດຖະກິດ ອິນ​ໂດ​ເນ​ເຊຍ ຖື​ວ່າ: ການ​ສ້າງ​ປ​ະຊາ​ຄົມ​ເສດຖະກິດ​ລວມຂອງ​ບັນດາ​ປະ​ເທດ ອາ​ຊຽນ ຈະ​ນຳ​ມາ​ເຊິ່ງຕະຫຼາດ​ແກ່ງ​ແຍ້​ງ, ພັດທະນາຢ່າງ​ຍຸຕິ​ທຳ ​ແລະ ​ເຊື່ອມ​ໂຍງ​ຢ່າງຮອບດ້ານ​ເຂົ້າ​ກັບ​ເສດຖະກິດ​ທົ່ວ​ໂລກ. ​ເລື່ອງ​ເພີ່ມ​ທະວີ​ລັກສະນະ​ແກ້ງ​ແຍ້​ງຂອງ​ພື້ນ​ຖານ​ເສດຖະກິດ​ແມ່ນ​ໜ້າ​ທີ່​ຈຳ​ເປັນ ຍ້ອນ​ວ່າ​ເມື່ອ AEC ​​ໄດ້​ຮັບ​ການສ້າງຕັ້ງ​ໃນ​ປີ 2015, ຈຳນວນ​ທຶນ, ສິນ​ຄ້າ, ການ​ບໍລິການ, ການ​ລົງທຶນ ​ແລະ ຕະຫຼາດ​ແຮງ​ງານ​ຈະ​ໄດ້​ຕອບ​ສະໜອງ​ຢ່າງ​ເສລີ. ທ່ານ Lukman ​ໃຫ້​ຮູ້​ວ່າ, ​ເຖິງ​ວ່າ​ມີ​ການລະ​ໂອກາດ​ຫຼາຍ​ຢ່າງ​ເມື່ອ​ເຊື່ອມ​ໂຍງ, ​ແຕ່ ອິນ​ໂດ​ເນ​ເຊຍ ຍັງ​ຄົງ​ຕ້ອງ​ປະ​​ເຊີນ​ໜ້າ​ກັບ​ບັນດາ​ການ​ທ້າ​ທາຍ​ຈາກ​ພາຍ​ໃນ​ປະ​ເທດ​ຄື: ພື້ນຖານ​ໂຄງ​ລ່າງ​ອ່ອນ​ດ້ອຍ ​ແລະ ບັນຫາ​ຄ່າ​ຂົນ​ສົ່ງ​ສູງ. ​ເລື່ອງ​ພື້ນຖານ​ໂຄງ​ລ່າງ ​ແລະ ຖະໜົນ​ຫົນທາງ​ອ່ອນດ້ອຍ ​ໄດ້ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສະໜອງ​ສິນຄ້າຮັບ​ໃຊ້​ຜູ້​ອຸປະ​ໂພ​ກ, ບໍລິ​ໂພ​ກ ​ແລະ ບັນດາຮາກ​ຖານ​ຜະລິດ.

ຂ່າວ/ບົດ​ອື່ນ