ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ຄ້າ ລະ​ຫວ່າງ ຫວຽດນາມ ແລະ ອີ​ຢິບ​ໃນ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -“ຊຸກຍູ້ການຮ່ວມມືບັນດາຜະລິດຕະພັນອຸດສາຫະກຳ ແລະ ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ລະຫວ່າງ ຫວຽດນາມ ແລະ ອີຢິບ” ແມ່ນຫົວຂໍ້ ຂອງກອງປະຊຸມສຳມະນາສົ່ງເສີມການຄ້າ ໂດຍອົງການການຄ້າ ຫວຽດນາມ ປະຈຳ ອີຢິບຈັດຂຶ້ນ.

ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ຄ້າ ລະ​ຫວ່າງ ຫວຽດນາມ ແລະ ອີ​ຢິບ​ໃນ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມສຳມະນາ ຊຸກຍູ້ການຮ່ວມມືບັນດາຜະລິດຕະພັນອຸດສາຫະກຳ ແລະ ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ລະຫວ່າງ ຫວຽດນາມ ແລະ ອີຢິບ” (ພາບ: VOV)

ກອງປະຊຸມສຳມະນາໄດ້ດຳເນີນໃນສະພາບທີ່ໂລກລະບາດໂຄວິດ - 19 ຍັງມີການແຜ່ລະບາດ ແຕ່ກໍ່ແມ່ນບາດກ້າວສຳຄັນເພື່ອແນໃສ່ສ້າງທ່າຊຸກຍູ້ການແລກປ່ຽນການຄ້າສອງຝ່າຍລະຫວ່າງສອງປະເທດ ພາຍຫຼັງ ໂລກລະບາດໂຄວິດ - 19 ໄດ້ຄວບຄຸມໃນທົ່ວໂລກ.

ທ່ານ ຫງວຽນຢຸຍຮຶງ ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ອີຢິບ ຖືວ່າ, ກອງປະຊຸມສຳມະນາ ແມ່ນ ກາລະໂອກາດເພື່ອກຳແໜ້ນຄວາມຕ້ອງການຂອງຕະຫຼາດ ອີຢິບ ເວົ້າສະເພາະ ແລະ ພາກຕາເວັນອອກກາງ, ອາບຟຼິກກາເວົ້າລວມ, ພ້ອມທັງໂຄສະນາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ຂອງ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ຕັ້ງໜ້າທີ່ສຸດ ເພື່ອແນໃສ່ແລກປ່ຽນການຄ້າ ເມື່ອບັນດາພື້ນຖານເສດຖະກິດ ຄ່ອຍໆເປີດປະຕູ ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ