ຊຸກຍູ້ແລະປົກປັກຮັກສາສິດຂອງແມ່ຍິງແລະເດັກນ້ອຍອາຊຽນ

ຊຸກຍູ້ແລະປົກປັກຮັກສາສິດຂອງແມ່ຍິງແລະເດັກນ້ອຍອາຊຽນ - ảnh 1
ພາບປະກອບ

(vovworld) –  ວັນ​ທີ  18/12, ຢູ່ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ສົມທົບ​ກັບ​ອົງການ​ແມ່​ຍິງ​ສະຫະ​ປະຊາ​ຊາດ ຢູ່ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຕີ​ລາຄາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ຊຸກຍູ້ ​ແລະ ປົກ​ປັກ​ຮັກສາສິດ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ ອາ​ຊຽນ (ACWC) ຢູ່ ຫວຽດນາມ ​ໄລ​ຍະ 2011 – 2013. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ACWC ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ ACWC ຫວຽດນາມ ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນ, ​ແບ່ງປັນ​ບົດຮຽນ​ກັບ​ບັນດາ ACWC​ ​ໃນ​ພາກ​ພື້ນ ​ເພື່ອ​ເປັນ​ທີ່​ປຶກສາ, ສະ​ເໜີ​ຕໍ່ລັດຖະບານ​ປະ​ເທດ​ຕ່າງໆ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຊຸກຍູ້ ​ແລະ ປົກ​ປັກຮັກສາ​ສິດ​ຂອງແມ່ຍິງ ​ແລະ ​ເດັກນ້ອຍ ອາ​ຊຽນ.

        ​​ໂດຍໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2010 ຢູ່ ຮ່າ​ໂນ້ຍ, ບຸລິມະສິດ​ຂອງ ACWC ​ແມ່ນ​ປ້ອງ​ກັນ, ຕ້ານ​ການ​ຄ້າ​​ແມ່ຍິງ, ​ເດັກນ້ອຍ, ຊຸກ​ຍູ້​ການ​ປົກປັກ​ຮັກ​ສາສິດ​ຂອງ​ແມ່ຍິງ, ​ເດັກ​ພິການ.​.​.​ ​ໃນ​ໄລຍະ 2014 – 2015, ຄະນະ​ກຳ​ມະ​ການ ACWC  ຫວຽດນາມ ສືບ​ຕໍ່​ປັບປຸງ​​​ເຄື​ອຂ່າຍ​ເຄື່ອ​ນ​ໄຫວ, ​ໂຄສະນາ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ ​ແລະ ​ແບບຢ່າງ​ທີ​ດີ​ຈາກ​ ACWC ຂອງບັນດາ​ປະ​ເທດອື່ນ, ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ບຸລິມະສິດ, ຮຽບຮຽງ​ບັນດາ​ເອກະສານທີ່​ຂຶ້ນ​ກັບ ACWC.

ຂ່າວ/ບົດ​ອື່ນ