ຊູ​ດັງ ຈັບຂັງ​ເຈົ້າ​ໜ້າ​ທີ່​ການ​ທະ​ຫານ ແລະ ພົນ​ລະ​ເຮືອນຫຼາຍ​ທ່ານ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ກໍ່​ລັດ​ຖະ​ປະ​ຫານ​​ທີ່​ບໍ່​ສຳ​ເລັດ​ຜົນ

(VOVWORLD) -ລັດຖະບານ ຊູດັງ ໄດ້ອອກແຈ້ງການຈັບຂັງບັນດາບຸກຄົນທີ່ເປັນຜູ້ວາງແຜນກໍ່ລັດຖະປະຫານທີ່ບໍ່ສຳເລັດຜົນເກີດຂຶ້ນໃນຕອນເຊົ້າຂອງວັນທີ 21 ກັນຍາ. 
ຊູ​ດັງ ຈັບຂັງ​ເຈົ້າ​ໜ້າ​ທີ່​ການ​ທະ​ຫານ ແລະ ພົນ​ລະ​ເຮືອນຫຼາຍ​ທ່ານ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ກໍ່​ລັດ​ຖະ​ປະ​ຫານ​​ທີ່​ບໍ່​ສຳ​ເລັດ​ຜົນ - ảnh 1ພົນທະຫານ ຊູດັງ (ພາບປະກອບ: AFP)

ວັນທີ 21 ກັນຍາ, ລັດຖະບານ ຊູດັງ ໄດ້ອອກແຈ້ງການຈັບຂັງບັນດາບຸກຄົນທີ່ເປັນຜູ້ວາງແຜນກໍ່ລັດຖະປະຫານທີ່ບໍ່ສຳເລັດຜົນເກີດຂຶ້ນໃນຕອນເຊົ້າຂອງວັນດຽວກັນ, ໃນນັ້ນ ມີເຈົ້າໜ້າທີ່ການທະຫານ ແລະ ພົນລະເຮືອນຫຼາຍທ່ານທີ່ກ່ຽວຂ້ອງເຖິງອຳນາດການປົກຄອງເກົ່າ.

        ກ່ອນໜ້ານັ້ນ, ກອງທັບ ຊູດັງ ໄດ້ອອກແຈ້ງການຍູ້ຖອຍການກໍ່ລັດຖະປະຫານໃນຕອນເຊົ້າວັນທີ 21 ກັນຍາ, ໃນນັ້ນ, ກຳລັງກໍ່ລັດຖະປະຫານຊອກຫາວິທີຍາດສິດຄວບຄຸມສຳນັກງານວິທະຍຸກະຈາຍສຽງແຫ່ງຊາດ. ຕາມຕົວພະຍານແລ້ວ, ສະພາບການຢູ່ນະຄອນຫຼວງໄດ້ກັບຄືນສູ່ຄວາມສະຫງົບສຸກຄືນໃໝ່ແລ້ວ. ທ່ານ Hamza Balol ໂຄສົກລັດຖະບານ ຊູດັງ ກໍຢັ້ງຢືນວ່າ ສະພາບການໄດ້ຮັບການຄວບຄຸມຢ່າງສິິ້ນເຊີງ, ບັນດາຜູ້ທີ່ດຳເນີນການກໍ່ລັດຖະປະຫານຖືກຈັບຂັງແລ້ວ ແລະ ພວມດຳເນີນການສວບສວນ, ໃນນັ້ນ ວົງການເຈົ້າໜ້າທີ່ສືບຕໍ່ຕາມລ່າບັນດາເປົ້າໝາຍທີ່ກ່ຽວຂ້ອງ.


ຕອບກັບ

ຂ່າວ/ບົດ​ອື່ນ