ການສະແດງຕີກອງ
(ພາບ: nhandan.com)
|
(vovworld) – ຕອນຄ່ຳວັນທີ 9/1, ທີ່ໂຮງລະຄອນ ລາມເຊີນ (ແຂວງ ແທງຮ໋ວາ), ກົມຮ່ວມມືສາກົນ, ສູນພົວພັນແລກປ່ຽນວັດທະນະທຳ ຍີ່ປຸ່ນ ປະຈຳ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນ ແຂວງ ແທງຮ໋ວາ ຈັດຕັ້ງພິທີໄຂ “ຊຸມວັນວັດທະນະທຳ ຍີ່ປຸ່ນ ຢູ່ ແທງຮ໋ວາ”. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນ, ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນດ້ານວັດທະນະທຳລະຫວ່າງ ປະຊາຊົນແທງຮ໋ວາ ເວົ້າສະເພາະ, ຫວຽດນາມ ເວົ້າລວມກັບປະຊາຊົນ ຍີ່ປຸ່ນ. ໃນຂອບເຂດຂອງລາຍການ “ຊຸມວັນວັດທະນະທຳ ຍີ່ປຸ່ນ ຢູ່ ແທງຮ໋ວາ” ຍັງດຳເນີນການເຄື່ອນໄຫວຕ່າງໆຄື: ການພົວພັນແລກປ່ຽນ ແລະ ສອນຕີກອງ, ສອນຟ້ອນໃຫ້ຜູ້ຊົມ, ສາຍຟິມຂອງຍີ່ປຸ່ນ, ວາງສະແດງແນະນຳວັດທະນະທຳ ຍີ່ປຸ່ນ…