ຊີຣີ ປະຕິເສດການ ເຈລະຈາໂດຍກົງ
ທ່ານລັດຖະມົນຕີການຕ່າງປະເທດຊີຣີ Walid al Mouallem
(ພາບ: ibtimes.co.uk)
(vovworld) - ວັນທີ 01/02, ທ່ານລັດຖະມົນຕີການຕ່າງປະເທດຊີຣີ Walid al Mouallem ໄດ້ຖະແຫຼງວ່າ, ຄະນະຜູ້ແທນລັດຖະບານຊີຣີ ປະຕິເສດບັນດາການເຈລະຈາໂດຍກົງກັບອາເມລິກາ ທີ່ກອງປະຊຸມສາກົນກ່ຽວກັບຊີຣີ (ກອງປະຊຸມເຊີແນວ 2) ກ່ຽວກັບບັນດາເນື້ອໃນຖະແຫຼງໃນບົດກ່າວປາໄສໄຂກອງປະຊຸມຂອງລັດຖະມົນຕີການຕ່າງປະເທດອາເມລິກາ. ຕາມທ່ານ Mouallem ແລ້ວ, ໃນບົດກ່າວປາໄສຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຖືວ່າ, ທ່ານປະທານາທິບໍດີຊີຣີ Bashar al Assad ຈະບໍ່ສວມບົດບາດໃນບໍ່ວ່າລັດຖະບານຂ້າມຜ່ານໃດໆຢູ່ຊີຣີ. ທ່ານ Mouallem ກໍ່ຢືນຢັນ, ສະພາຊົນຊາດຊີຣີ ຄວນປະລະຄວາມຄິດທີ່ວ່າ ສິດອຳນາດຂອງທ່ານປະທານາທິບໍດີ Bashar al Assad ຈະຖືກຈຳກັດພາຍຫຼັງບັນດາການເຈລະຈາສັນຕິພາບ. ຄາດວ່າ, ຮອບເຈລະຈາຄັ້ງທີ 2 ຈະສືບຕໍ່ດຳເນີນໃນວັນທີ 10/02 ຈະມາເຖິງ. ປະຈູບັນ, ອາເມລິກາ ປະຕິເສດບັນດາຖະແຫຼງທີ່ຖືວ່າ ນັກການທູດຂອງ ອາເມລິກາ ພວມຊອກຫາການເຈລະຈາໂດຍກົງກັບລັດຖະບານຊີຣີ. ທ່ານ Jen Psaki ໂຄສົກກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ໄດ້ສະເໜີການພົບປະກັບບັນດາເຈົ້າໜ້າທີ່ຊີຣີ ໃນຂັ້ນນັກວິຊາການ ຜ່ານສະຫະປະຊາຊາດ ໃນຂະນະທີ່ການເຈລະຈາຢູ່ເຊີແນວ ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກດ້ານການເມືອງ ອົງການຕິດຕາມສິດທິມະນຸດຊີຣີ ໃຫ້ຮູ້ວ່າ, ຈຳນວນຜູ້ເສຍຊີວິດໃນສົງຄາມກາງເມືອງທີ່ແກ່ຍາວເປັນເວລາ 3 ປີຜ່ານມາ ຢູ່ປະເທດຕາເວັນອອກກາງນີ້ ໄດ້ເຮັດໃຫ້ 136.000 ຄົນເສຍຊີວິດ.