ຊີຣີ ສືບຕໍ່ຕົກເຂົ້າສູ່ວິກິດການ ຢ່່າງຮ້າຍແຮງ

ຊີຣີ ສືບຕໍ່ຕົກເຂົ້າສູ່ວິກິດການ ຢ່່າງຮ້າຍແຮງ - ảnh 1
ການປະທະກັນຍັງຄົງເກີດຂຶ້ນຢູ່ຊີຣີ   (ພາບ: AFP)

Vovworld- ວັນ​ທີ 7/3, ​​ໂດຍ​ມີ​ຄວາມ​ວິ​ຕົກ​ກັງວົນ​ຕໍ່​ວິ​ກິດ​ການ​ຢູ່​ຊີຣີ​ແຜ່​ລາມ​ອອກ​ສູ່​ວົງ​ກ້ວາງ, ອຳນາດ​ການ​ປົກຄອງ ອີຣັກ ​ໄດ້​ຕົກ​ລົງປິດ​ດ່ານ​ຊາຍ​ແດນ​ກັບປະ​ເທດ​ນີ້. ຂ່າວ​ຈາກ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອີຣັກ​ໃຫ້​ຮູ້​ວ່າ ນອກຈາກ​ເລື່ອງ ປິດ​ດ່ານ​ຊາຍ​ແດນນັ້ນ, ອີຣັກຍັງ​ເພີ່ມ​ກຳລັງ​ທະຫານ​ແນ​ໃສ່​ສະກັດ​ກັ້ນ​ບັນດາ​ການ​ຍິງ​ປະທະ​ກັນ​ກັບ​ກຳລັງ​ລຸກ​ຮື້​ຂຶ້ນ​ຢູ່​ປະ​ເທດ​ເພື່​ອນບ້ານ​ໃກ້​ຄຽງ.

    ຂ່າວ​ຍັງ​ໃຫ້​ຮູ້​ວ່າ ​ໃນ​ວັນ​ດຽວ​ກັນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ມື​ປືນ​ລຸກ​ຮື້​ຂຶ້ນ ຊີຣີ ຈົ່ງ​ມອບ​ສົ່ງ​ຕົວ​ທະຫານ 20 ຄົນ​ສັງກັດ​ກຳລັງ​ຮັກສາ​ສັນຕິພາບ​ຊຶ່ງ​ຖືກ​ລອບ​ຈັບ​ຕົວ​ກ່ອນ​ນັ້ນ​ຢູ່​ເຂດ​ພູ​ພຽງ Golan. ຕາມ​ບັນດາ​ນັກ​ການ​ທູດ​ແລ້ວ, ບັນດາທະຫານຖືກ​ລອບ​ຈັບ​ຕົວນັ້ນ ​ສັງກັດ​ກຳລັງ​ນັກ​ສັງ​ເກດ​ການ​ບໍ່​ເຂົ້າ​ຮ່ວມ​ກຳລັງສະຫະປະຊາຊາດ​ ​ຢູ່​ເຂດ​ພູ​ພຽງ Golan, ​ເຂົາ​ເຈົ້າ​ແມ່ນ​ຊາວ​ຟີ​ລິບ​ປີນ. 

ຂ່າວ/ບົດ​ອື່ນ