(vovworld) - ໃນລະຫວ່າງວັນທີ 14 – 16/4, ຊາວ ຂະແມ ຢູ່ແຂວງ ອານຢາງ ຄຳນັບຮັບຕ້ອນບຸນປີໃໝ່ Chol Chnam Thmay ໃນຄວາມເບີກບານມ່ວນຊື່ນ. ດ້ວຍມູນເຊື້ອສາມັກຄີ ພ້ອມກັບຄວາມມານະພະຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງໃນການນຳນະໂຍບາຍຊົນເຜົ່າຂອງພັກ ແລະ ລັດ ກ້າວເຂົ້າສູ່ຊີວິດ... ແຕ່ລະປີ, ເມື່ອຮອດບຸນປີໃໝ່, ຊາວ ຂະແມ ມີຄວາມເບີກບານມ່ວນຊື່ນຫຼາຍຢ່າງ. ທ່ານ ເຈົາແຈງ, ຊາວຂະແມ ຄົນໜຶ່ງຢູ່ຕາແສງ ເຈົາລັງ, ເມືອງ ຈີຕົນ, ແບ່ງປັນວ່າ:
“ຄວາມມ່ວນຊື່ນອັນໃຫຍ່ຫຼວງທີ່ສຸດແມ່ນໄດ້ຕ້ອຍຮັບປີໃໝ່ດ້ວຍຄວາມອີ່ມໜຳສຳລານ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ. ນີ້ແມ່ນຄວາມເບີກບານມ່ວນຊື່ນທີ່ສຸດຂອງຊາວ ຂະແມ”
ໃນໂອກາດບຸນປີໃໝ່ Chol Chnam Thmay ປີນີ້ເມືອງ ຈີຕົນ ເປັນເຈົ້າການຈັດຕັ້ງວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຊາວເຜົ່າ ຂະແມ ແຂວງ ອານຢາງ ຄັ້ງທີ 9 ປີ 2013. ທ່ານ ໂດ໊ມິນຈີ໋, ຮອງປະທານຄະນະກຳມະການປະຊາຊົນແຂວງ ຈີຕົນ ຖືວ່າ:
“ປີນີ້, ວັນບຸນວັດທະນະທຳ ໄດ້ຮັບການຈັດຕັ້ງຂຶ້ນກົງກັບໂອກາດບຸນປີໃໝ່ຂອງ ຊາວ ຂະແມ. ດັ່ງນັ້ນ, ປະຊາຊົນຕ້ອນຮັບບຸນປີໃໝ່ ແລະ ວັນບຸນໃນຄວາມເບີກບານມ່ວນຊື່ນ. ໃກ້ຈະຕ້ອນຮັບບຸນປີໃໝ່, ປະຊາຊົນໄດ້ມີລາຍຮັບສູງຈາກການເກັບກ່ຽວ ດັ່ງນັ້ນ ຊີວິດການເປັນຢູ່ໄດ້ຮັບການຍົກສູງຂຶ້ນ ແລະ ຕ້ອນຮັບບຸນປີໃໝ່ໃນຄວາມເບີກບານມ່ວນຊື່ນກ່ວາ.”