ຍົກສູງກຳລັງຄວາມສາມາດໂຄສະນາກ່ຽວກັບການປ້ອງກັນ,ຕ້ານການໃຊ້ຄວາມຮຸນແຮງສຳລັບແມ່ຍິງແລະເດັກຍິງ

ຍົກສູງກຳລັງຄວາມສາມາດໂຄສະນາກ່ຽວກັບການປ້ອງກັນ,ຕ້ານການໃຊ້ຄວາມຮຸນແຮງສຳລັບແມ່ຍິງແລະເດັກຍິງ - ảnh 1
ນັກ​ຮຽນ​ຊອກ​ຮູ້​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ
(ພາບ​ປະ​ກອບ​ຈາກ Trần Lê Lâm/TTXVN)

(vovworld) – ​ ​​​​​​ວັນ​ທີ 23/12, ສະ​ຫະ​ພັນ​ແມ່​ຍິງ​ນະ​ຄອນ ດ່າ​ນັ້ງ ສົມ​ທົບ​ກັບ​ອົງ​ການ​ແມ່​ຍິງ​ສະ​ຫະ​ປະ​ຊາ​ຊາດ (UN Women) ແລະ ອົງ​ການ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ ແອັດ​ສະ​ປາຍ (PyD) ຈັດ​ຕັ້ງ​ຊຸດ​ຝຶກ​ອົບ​ຮົມ “ທັກ​ສະ​ນຳ​ໃຊ້ເຄື່ອງມື SaSa ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳ​ລັບ​ແມ່​ຍິງ ແລະ ເດັກ​ຍິງ”. ທ່ານ​ນາງ Robin Yaker, ອາຈານ​ຂັ້ນ​ສູງ​ຂອງ​ອົງ​ການ​ແມ່​ຍິງ ສ​ປ​ຊ, ໃຫ້​ຮູ້​ວ່າ: ຊຸດ​ຝຶກ​ອົບ​ຮົມ​ນີ້​ໄດ້​ດຳ​ເນີນ​ໄປ​ໃນ​ລະ​ຫວ່າງວັນ​ທີ 23 – 26/12, ຢູ່ ດ່າ​ນັ້ງ, ເພື່ອ​ແນ​ໃສ່​ປະ​ກອບ​ບັນ​ດາ​ຄວາມ​ຮູ້​ຈຳ​ເປັນ​ໃຫ້​ແກ່​ບັນ​ດາ​ນັກ​ປາ​ຖ​ະ​ກະ​ຖາ​ຂັ້ນ​ຮາກ​ຖານ​ໃນ​ວຽກ​ງານ​ໂຄ​ສະ​ນາ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງພາຍໃນຄອບຄົວ, ​ແມ່​ຍິງ ແລະ ເດັກ​ຍິງ. ອົງ​ການ​ແມ່​ຍິງ ສ​ປ​ຊ ຈະ​ມາ​ນະ​ພະ​ຍາ​ຍາມ​ຊ່ວຍເຫຼືອ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງໃຕ້​ເວົ້າ​ລວມ, ຫວຽດ​ນາມ ເວົ້າ​ສະ​ເພາະ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ, ຍູ້​ໄພ​ການໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ​ໃຫ້​ຖອຍ​ໄປ. ພ້ອມ​ທັງ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜ​ູນ​ຊ່ວຍ​ກ່ຽວ​ກັບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເຕັກ​ນິກ​ໃນ​ການ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ “ນຳ​ໃຊ້​ບັນ​ດາ​ເຄື່ອງມື​ດ້ານ​ເຕັກ​ນິກ, ພະ​ຍານຫຼັກ​ຖານ ແລ​ະ ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​ບັນ​ດາ​ກົດ​ໝາຍ ແລະ ສະ​ໜອງ​ບັນ​ດາ​ບໍ​ລິ​ການ​ໜ​ູນ​ຊ່ວຍ​ແມ່​ຍິງ​ຖືກ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ເຂດ​ອາ​ຊີ​ຕາ​ເວັ​ນ​ອອກ​ສ່ຽງ​ໃຕ້, ໄລ​ຍະ 2013 – 2015.

 


ຂ່າວ/ບົດ​ອື່ນ