ຍົກສູງຄຸນນະພາບແຫຼ່ງເງິນລົງທຶນຈາກຕ່າງປະເທດ ເຂົ້າຫວຽດນາມ
ພາບປະກອບ
|
(vovworld) - ກອງປະຊຸມສຳມະນາວ່າດ້ວຍ “ມາດຕະການຊຸກຍູ້ ແລະ ຍົກສູງຄຸນນະພາບແຫຼ່ງເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ” ຈະຖືກດຳເນີນຢູ່ ຮ່າໂນ້ຍໃນວັນທີ 15/3. ທີ່ການປະຊຸມຂ່າວເມື່ອຕອນເຊົ້າວັນທີ 8/3 ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ໄລ່ຮອດທ້າຍເດືອນ 2/2012, ຍອດຈຳນວນໂຄງການລົງທຶນຂອງຕ່າງປະເທດຍັງມີຜົນບັງຄັບໃຊ້ຢູ່ຫວຽດນາມ ແມ່ນມີກ່ວາ 13.500 ໂຄງການ, ດ້ວຍຍອດທຶນຈົດທະປຽນເກືອບ 200 ຕື້ USD. ການເຄື່ອນໄຫວລົງທຶນໂດຍກົງຈາກຕ່າງປະເທດຢູ່ຫວຽດນາມໃນໄລຍະຜ່ານມາ ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ພື້ນຖານເສດຖະກິດພັດທະນາຕາມທິດປ່ຽນໃໝ່, ເຊື່ອມໂຍງເຂົ້າກັບສາກົນ. ເຖິງຢ່າງໃດກໍຕາມ, ຄຽງຄ້າງບັນດາໝາກຜົນອັນຕັ້ງໜ້າ, ສະພາບຕົວຈິງການລົງທຶນຂອງຕ່າງປະເທດເຂົ້າຫວຽດນາມ ກໍສະແດງໃຫ້ເຫັນສິ່ງຈຳກັດຫຼາຍຢ່າງ. ດັ່ງນັ້ນ, ການຊຸກຍູ້ ແລະ ຍົກສູງຄຸນນະພາບແຫຼ່ງເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນທີ່ການສຳມະນາດັ່ງກ່າວ ເຊິ່ງເປັນການຕອບສະໜອງຄຳສະເໜີຂອງລັດຖະບານ ກ່ຽວກັບຍົກສູງຄຸນນະພາບ ແລະ ປະສິດທິຜົນແຫຼ່ງເງິນລົງທຶນຂອງຕ່າງປະເທດເຂົ້າຫວຽດນາມ.