(vovworld) - ຕອນເຊົ້າວັນທີ 6/11, ຢູ່ຮ່າໂນ້ຍ, ສະຖາບັນການເມືອງ - ການປົກຄອງແຫ່ງຊາດໂຮ່ຈິມິນ ໄດ້ຈັດພິທີອັດຊຸດຮຽນບຳລຸງໃຫ້ຄູອາຈານບັນດາໂຮງຮຽນການເມືອງ - ການປົກຄອງຢູ່ແຂວງຕ່າງໆ ຂອງພັກປະຊາຊົນປະຕິວັດລາວ ປີ 2012. ບົນພື້ນຖານບັນດາບົດລາຍງານ, ບົດສອນ ແລະ ເອກະສານຄົ້ນຄວ້າພິຈາລະນາ, ຄູອາຈານຂອງບັນດາໂຮງຮຽນການເມືອງຂອງພັກປະຊາຊົນປະຕິວັດລາວ ໄດ້ຮັບການຄົ້ນຄວ້າບັນຫາຈຳເປັນຕ່າງໆທີ່ເປັນພື້ນຖານ. ເລື່ອງເພີ່ມຄວາມຮັບຮູ້ຢ່າງມີລະບົບຈະຊ່ວຍໃຫ້ນັກຮຽນປັບປຸງ, ເພີ່ມເຕີມ ແລະ ເພີ່ມທະວີລະບົບຄວາມຮູ້, ສ້າງຄວາມໄວ້ເນື້ອເຊື່ອໃຈເຂົ້າໃນລັດທິສັງຄົມນິຍົມເຊິ່ງພັກ, ປະຊາຊົນຫວຽດນາມ ແລະ ພັກ, ປະຊາຊົນປະຕິວັດລາວ ພວມກໍ່ສ້າງ. ດ້ວຍໝາກຜົນຂອງການຮໍ່າຮຽນດັ່ງກ່າວ, ພາຍຫຼັງກັບເມື່ອປະເທດ, ບັນດາຄູອາຈານຂອງໂຮງຮຽນການເມືອງ - ການປົກຄອງຢູ່ແຂວງຕ່າງໆ ຂອງພັກປະຊາຊົນປະຕິວັດລາວ ຈະນຳໃຊ້ຄວາມຮູ້ ແລະ ບົດຮຽນຕ່າງໆເຂົ້າໃນວຽກງານຕົວຈິງ. ຄູອາຈານແຕ່ລະຄົນຈະສືບຕໍ່ເປັນຂົວເຊື່ອມຕໍ່ຢ່າງແໜ້ນແຟ້ນປະກອບສ່ວນປັບປຸງ, ພັດທະນາໃຫ້ແກ່ສາຍພົວພັນສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວກວ່າອີກ.