ຍີ່ປຸ່ນ ຈັດການເລືອກ ຕັ້ງສະພາຕໍ່າໃນຂອບ ເຂດທົ່ວປະເທດ

ຍີ່ປຸ່ນ ຈັດການເລືອກ ຕັ້ງສະພາຕໍ່າໃນຂອບ ເຂດທົ່ວປະເທດ - ảnh 1
(ພາບປະກອບ)

(vovworld) -     ​ໃນ​ເວລາ 7​ ໂມງ, ຕອນ​ເຊົ້າ​ວັນ​ທີ 16/12, ຕາມ​ເວລາ​ທ້ອງ​ຖິ່ນ ( 5 ​ໂມງ​ຕອນ​ເຊົ້າ​ຕາມ​ເວລາ​ຫວຽດນາມ) ​ມີປະມານ 49.000 ສະຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຍີ່ປຸ່ນ ​ໄດ້​ເປີດ​ປະຕູ ​ເລີ່​ມຕົ້ນ​ການ​ເລືອກ​ຕັ້ງ​ສະພາ​ຕໍ່າ​ຂອງ​ປະ​ເທດ​ນີ້. ການ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່ ຄັ້ງ​ນີ້ ​ມີຜູ້​ອອກ​ສະໝັກ​ຮັກ​ເລືອກ​ຕັ້ງ 1504 ທ່ານ ​ເຊິ່ງ​ເຂົ້າ​ກັບ 12 ພັກ​ການເມືອງ ​ແລະ ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເສລີ​ທີ່​ແຂ່ງ​ຂັນ​ເຂົ້າ​ 480 ທີ່​ນັ່ງ​ຂອງ​ສະພາ​ຕໍ່າ​ຍີ່ປຸ່ນ. ນີ້​ແມ່ນ​ຈຳນວນ​ຜູ້​ອອກ​ສະໝັກ​ຮັກ​ເລືອກ​ຕັ້ງ  ​ແລະ ພັກ​ການເມືອງຫຼາຍ​ກວ່າ​ໝູ່​ທີ່​ການ​ເລືອກ​ຕັ້ງ​ຂອງ​ຍີ່ປຸ່ນ ນັບ​ແຕ່​ເມື່ອ​ລະບອບ​ເລືອກ​ຕັ້ງ​ປະຈຸ​ບັນ​ໄດ້​ນຳ​ໃຊ້. ​ໃນ​ຈຳນວນ 480 ທີ່​ນັ່ງ​ຂອງ​ສະພາ​ຕໍ່າ​ຍີ່ປຸ່ນ, ມີ 300 ທີ່​ນັ່ງ ​​ໄດ້ຮັບ​ການ​ເລືອກ​ຕັ້ງ​ຕາມ​ຮູບ​ແບບເຂດ​ເລືອກ​ຕັ້ງ, 180 ທີ່​ນັ່ງ​ຍັງ​ເຫຼືອ​ໄດ້​ຈັດ​ແບ່ງ​ຕາມ​ອັດຕາ​ສະ​ໜັບ​ສະ​ໜູນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ມີ​ຕໍ່​ບັນດາ​ພັກ​ການເມືອງ. ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫ​ັນວ່າ ການ​ຕີ​ລາຄາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຍີ່ປຸ່ນ ທີ່​ມີ​ຕໍ່ການກຳ​ອຳນາດ​ຂອງພັກ​ປະຊາທິປະ​ໄຕ ​ເປັນ​ເວລາ​ກ່ວາ 3 ປີ. ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ຈະ​ໃຫ້​ຮູ້​ວ່າ ພັກ​ປະຊາທິປະ​ໄຕ ຈະສືບ​ຕໍ່​ມີສິດກຳ​ອຳນາດ ຫຼື ພັກ​ປະຊາທິປະ​ໄຕ​ເສລີ ຈະ​ສາມາດ​ກຳ​ອຳນາດ​ໄດ້​ຫຼື​ບໍ່ ພາຍຫຼັງ​ຖືກປະລາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ປີ 2009.

        ຄາດ​ວ່າ, ບັນດາ​ສະຖານ​ທີ່​ປ່ອນ​ບັດ​ຈະ​ອັດ​ລົງ​ໃນ​​ເວລາ 8 ​ໂມງ​ວັນ​ທີ 16/12. ໝາກຜົນ​ຂອງ​ການ​ເລືອກຕັ້ງ​ໃນ​ເບື້ອງ​ຕົ້ນ​ຈະ​ປະກາດ​ໃນ​ຄໍ່າ​ຄືນ​ວັນ​ທີ 16/12 ຫຼື ຕອນ​ເຊົ້າ​ວັນ​ທີ 17/12.

ຂ່າວ/ບົດ​ອື່ນ