ຫົວຫນ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ Yoshihide Suga
ພາບ:internet
|
(vovworld) - ສຳນັກຂ່າວສານ Kyodo ຂອງຍີ່ປຸ່ນ ໃຫ້ຮູ້ວ່າ: ພາຍຫລັງ ອາເມລິກາ ຈັດວາງມາດຕະການລົງໂທດຕໍ່ ສປປ ເກົາຫລີ ພຽງຝ່າຍດຽວ, ໃນນັ້ນຫ້າມຕິດຕໍ່ພົວພັນກັບທະນາຄານການຄ້າຕ່າງປະເທດ ສປປ ເກົາຫລີ, ວັນທີ 19/3 ລັດຖະບານ ຍີ່ປຸ່ນ ໄດ້ຕົກລົງປະກາດໃຊ້ຄຳສັ່ງເຊັ່ນດຽວກັນ. ແຈ້ງຂ່າວດັ່ງກ່າວຖືກຍົກອອກພາຍຫລັງການພົບປະລະຫວ່າງບັນດາເຈົ້າຫນ້າທີ່ກະຊວງການເງິນ ຍີ່ປຸ່ນກັບ ທ່ານ David Cohen ຮອງລັດຖະມົນຕີກະຊວງການເງິນ ອາເມລິກາ ຮັບຜິດຊອບວຽກງານຕ້ານການກໍ່ການຮ້າຍ ແລະ ສືບລາຊະການລັບດ້ານການເງິນ ທີ່ພວມຢູ່ຢ້ຽມຢາມ ຍີ່ປຸ່ນ. ລັດຖະມົນຕີກະຊວງ ການເງິນ ຍີ່ປຸ່ນ ຖືວ່າ: ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິເພີ່ມທະວີມາດຕະການລົງໂທດຕໍ່ ສປປ ເກົາຫລີ, ສະນັ້ນ ຍີ່ປຸນ ຈະນຳໃຊ້ມາດຕະການລົງໂທດສຳລັບບັນດາສ່ວນບຸກຄົນກໍຄືຂົງເຂດການເງິນຂອງ ພຽງຢາງ ໂດຍໄວ ພ້ອມທັງເລັ່ງລັດປະຊາຄົມໂລກປະຕິບັດມະຕິຂອງສະພາຄວາມໝັ້ນຄົງ ສປຊ.