(vovworld) – ຕອນເຊົ້າວັນທີ 18/7, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຟ້າມຫວູລ້ວນ ແລະ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Yasuaki Tanizaki ໄດ້ເຊັນສານແລກປ່ຽນກ່ຽວກັບໂຄງການທຶນສຶກສາພັດທະນາແຫຼ່ງຊັບພະຍາກອນມະນຸດ ໂດຍລັດຖະບານ ຍີ່ປຸ່ນ ອຸປະຖຳໃຫ້ແກ່ ຫວຽດນາມ. ໂຄງການດັ່ງກ່າວໂດຍລັດຖະບານ ຍີ່ປຸ່ນ ຊ່ວຍເຫຼືອລ້າໃຫ້ແກ່ ຫວຽດນາມ ໄດ້ຮັບການຜັນຂະຫຍາຍແຕ່ປີ 2000. ຮອດປີ 2020, ດ້ວຍຍອດຈຳນວນເງິນປະມານ 5 ຕື້ເຢັນ, ນັກຮຽນ 364 ຄົນຂອງ ຫວຽດນາມ ໄດ້ສົ່ງໄປ ຍີ່ປຸ່ນ ບຳລຸງສ້າງລະດັບປະລິຍາໂທກ່ຽວກັບບັນດາຂະແໜງອາຊີບເຊິ່ງ ຫວຽດນາມ ພວມມີຄວາມຕ້ອງການ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟ້າມຫວູລ້ວນ ຢືນຢັນວ່າ:
“ລັດຖະບານ ຫວຽດນາມ ຕີລາຄາສູງ ໂຄງການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດນີ້ຂອງຝ່າຍ ຍີ່ປຸ່ນ. ນັກສຶກສາ ຫວຽດນາມ ຮຳ່ຮຽນຢູ່ ຍີ່ປຸ່ນ ຕາມບັນດາໂຄງການນີ້ລ້ວນແຕ່ເປັນບັນດານັກຊ່ຽວຊານຢູ່ບັນດາຂົງເຂດ, ຂະແໜງອາຊີບຕ່າງໆເຊິ່ງ ຫວຽດນາມ ພວມມີຄວາມຕ້ອງການແຕ່ບໍ່ທັນມີເງື່ອນໄຂບຳລຸງສ້າງ. ພວກຂ້າພະເຈົ້າ ຫວັງວ່າ, ພ້ອມກັບໂຄງການອື່ນ, ໂຄງການນີ້ຈະສືບຕໍ່ປະຕິບັດ ແລະ ອາດຈະເປີດກ້ວາງເພື່ອຊ່ວຍໃຫ້ ຫວຽດນາມ ບຳລຸງສ້າງບັນດານັກຊ່ຽວຊານອັນດັບໜຶ່ງໃນບັນດາຂົງເຂດ, ຂະແໜງອາຊີບເຊິ່ງ ມະຫາວິທະຍາໄລແຫ່ງຕ່າງໆຂອງ ຫວຽດນາມ ກໍ່ຄືພື້ນຖານເສດຖະກິດ ຫວຽດນາມ ພວມມີຄວາມຕ້ອງການ.”