ຍີ່ປຸ່ນແລະບັນດາປະເທດອະນຸພາກພື້ນແມ່ນ້ຳຂອງສ້າງຍຸດທະສາດພັດທະນາໃໝ່ຫຼັງປີ2015 ວັນພະຫັດ ທີ 19 ກຸມພາ ຄ.ສ. 2015 | 15:36:10 ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ Minoru Kiuchi (ພາບ: mofa.go.jp) (vovworld) – ກ່າວຄຳເຫັນທີ່ເວທີປາໄສຮ່ວມມືພາກລັດ - ເອກະຊົນ ຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ ຖືກດຳເນີນໄປຢູ່ ໂຕກຽວ ໃນວັນທີ 19/2, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ Minoru Kiuchi ໃຫ້ຮູ້ວ່າ: ບັນດາການນຳຍີ່ປຸ່ນ ແລະ ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ (ເຊິ່ງລວມມີ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ) ຈະໂຮມປະຊຸມໃນເດືອນ 7 ຈະມາເຖິງເພື່ອວາງອອກຍຸດທະສາດໃໝ່ເຊື່ອມຕໍ່ “ຍຸດທະສາດໂຕກຽວ 2012 ເພື່ອການຮ່ວມມື ແມ່ຂອງ - ຍີ່ປຸ່ນ”. ຍຸດທະສາດນີ້ເພື່ອແນໃສ່ຊຸກຍູ້ການພັດທະນາຂອງ ຍີ່ປຸ່ນ ແລະ ເຂດແມ່ນ້ຳຂອງໃນສະພາບການ 2 ຝ່າຍກະກຽມກ້າວເຂົ້າສູ່ໄລຍະຮ່ວມມືໃໝ່. ຄາດວ່າ, ຍຸດທະສາດໃໝ່ຈະໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສຸດຍອດ ຍີ່ປຸ່ນ - ແມ່ຂອງ ໃນວັນທີ 4/7 ຈະມາເຖິງຢູ່ ໂຕກຽວ ກ່ອນທີ່ປະຊາຄົມເສດຖະກິດ ອາຊຽນ ໄດ້ເລີ່ມເຄື່ອນໄຫວໃນປີນີ້. ທ່ານ Kiuchi ຢັ້ງຢືນວ່າ: ຍີ່ປຸ່ນ ຈະສືບຕໍ່ເດີນຕາມຈຸດໝາຍກໍ່ສ້າງພື້ນຖານໂຄງລ່າງມີຄຸນນະພາບສູງເພື່ອຮັບໃຊ້ໃຫ້ການເຕີບໂຕແບບຍືນຍົງຂອງເຂດແມ່ນ້ຳຂອງ. ໃນ “ຍຸດທະສາດ ໂຕກຽວ 2012 ເພື່ອການຮ່ວມມື ແມ່ຂອງ - ຍີ່ປຸ່ນ”, ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຊ່ວຍຈຳນວນເງິນ 600 ຕື້ ເຢັນ (ປະມານ 6 ຕື້ USD) ໃຫ້ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ. Tag vovworld vov ຍີ່ປຸ່ນ ແມ່ຂອງ ຂ່າວ/ບົດອື່ນ VOV ສະເໜີລາຍການ “ຫວຽດນາມ-ສັງກາດບຸກບືນ” ກອງປະຊຸມຜັນຂະຫຍາຍປື້ມສຸຂະພາບເອເລັກໂຕນິກ ແລະ ສະໜອງໃບຊີວະປະຫວັດໃນແອັບ VneID ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງສປຊດ້ວຍການປະກອບສ່ວນຢ່າງໃຫຍ່ຫຼວງກ່ຽວກັບການພັດທະນາມະນຸດ ແລະ ການເຕີບໂຕແບບຍືນຍົງ ໄຂງານມະໂຫລານຟີມຮູບສາກົນໃຫ່ຍກ່ວາໝູ່ຢູ່ອາຊີ
ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງສປຊດ້ວຍການປະກອບສ່ວນຢ່າງໃຫຍ່ຫຼວງກ່ຽວກັບການພັດທະນາມະນຸດ ແລະ ການເຕີບໂຕແບບຍືນຍົງ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ
ກຳປູເຈຍ, ລາວ, ຫວຽດນາມ ເນັ້ນໜັກເຖິງຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ