ຍ້ອງຍໍຊົມເຊີຍ ບັນດາໝູ່ຄະນະ, ບຸກຄົນດີເດັ່ນໃນການຮຳ່ຮຽນຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ

ຍ້ອງຍໍຊົມເຊີຍ ບັນດາໝູ່ຄະນະ, ບຸກຄົນດີເດັ່ນໃນການຮຳ່ຮຽນຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 15/5, ອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການສູນ​ກາງ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ປະທານ ​ໂຮ່ຈີ​ມິນ ອອກ​ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ (11/06/1948 – 11/06/2013) ​ແລະ ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ ດີ​ເດັ່ນ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ. ພາຍຫຼັງ​ຜັນ​ຂະຫຍາຍປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມື​ອງ​ມາ​ເປັນ​ເວລາ 2 ປີ ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິ​ນ, ອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງ​ໄດ້ຍູ້​ແຮງ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດຕິ​ດພັນ​ກັບ​ການ​ປະຕິບັດ​ຄຸນສົມບັດ​ລັດຖະການ​ເປັນ​ປະຈຳ. ​ໃນ​ວິວັດ​ການ​ປະຕິບັດ, ​ໄດ້​ພົບ​ເຫັນ​ຫຼາຍ​ແບບຢ່າງ​ດີ​ເດັ່ນ. ອົງຄະ​ນະ​ພັກ​ກຸ່ມ ​ໄດ້​ເລືອກ​ເຟັ້ນ ​ແລະ ສຸມ​ໃສ່​ຊີ້​ນຳ​ປະຕິບັດ 2 ຂອດ​ບຸກທະລຸ​ແມ່ນ​ຜັນ​ຂະຫຍາຍ​ເລື່ອງ​ຮຳ່ຮຽນ, ປະຕິບັດ​ຕາມຄຸນ​ສົມບັດ​ລັດຖະການ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ໜ່ວຍ​ພັກ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ການ​ຈັດ​ຕັ້ງ​ພັກ​ໃນ​ບັນດາ​ອົງການ​ສູນ​ກາງເປັນຢ່າງດີ ເພື່ອ​ຄຸມ​ຄອງ, ​ສຶກສາ, ຫລໍ່​ຫຼອມ​ພະນັກງານ, ສະມາຊິກ​ພັກ​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ​ເປັນ​ແບບຢ່າງ ​ແລະ ບົດບາດ​ຂອງ​ຜູ້​ນຳ​, ບັນດາ​ອົງການ​​ແກ່ນສານ, ອົງການ​ຍຸດ​ທະ​ສາດ​ຢູ່​ສູນ​ກາງ.

 

 

ຂ່າວ/ບົດ​ອື່ນ